ສປປ ລາວ ສຳເລັດການເຝິກອົບຮົມວຽກງານຕ້ານການຟອກເງິນ.
ສໍານັກງານຂໍ້ມູນຕ້ານການຟອກເງິນຮ່ວມກັບກຸ່ມອາຊີ - ປາຊີຟິກເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ໄດ້ຈັດຕັ້ງການເຝິກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນລະຫວ່າງວັນທີ 10-13 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ຂັນທະລີວົງ ໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານນາງ ເອລີນ ລູໂບວິກ ຮອງເລຂາທິການກອງເລຂາກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (ERIN LUBOWICZ, Deputy Executive Secretary) ຕາງໜ້າຈາກກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ, ພ້ອມທັງຕາງໜ້າຈາກອົງການ UNODC ທ່ານ ຄິສໂຕເຟີແບັທ, (Christopher BATT) ແລະ ທ່ານ ທອມ ຮັນ ເຊັນ (Tom Hansen) ຊ່ຽວຊານທາງດ້ານວຽກງານຕ້ານ ການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພະນັກງານຂັ້ນນໍາ - ຂັ້ນວິຊາການຈາກສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງການເງິນ, ອົງການໄອຍະການ, ສານປະຊາຊົນສູງສຸດ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆ ທີ່ຕິດພັນເຂົ້າຮ່ວມ.
![]() |
ສປປ ລາວ ສຳເລັດການເຝິກອົບຮົມວຽກງານຕ້ານການຟອກເງິນ. (ພາບ: pasaxon.la)
ການເຝິກອົບຮົມໃນຄັ້ງນີ້ ຂອງ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການ ຟອກເງິນເປັນການຊ່ວຍໃຫ້ ສປປ ລາວ ໃນການກະກຽມຄວາມພ້ອມ ເພື່ອຮອງຮັບການປະເມີນຜົນຮອບດ້ານຂອງ ສປປ ລາວ ທີ່ໃກ້ຈະມາເຖິງນີ້ ໂດຍສະເພາະແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈ ໃຫ້ກັບພາກສ່ວນກ່ຽວຂ້ອງຕໍ່ກັບພາລະບົດບາດຂອງພາກສ່ວນຕົນ ທີ່ຕ້ອງຮັບຜິດຊອບໃຫ້ມີ ຄວາມແນ່ໃຈວ່າພາກສ່ວນດັ່ງກ່າວມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນຜ່ານການເຮັດບົດເຝິກຫັດຕົວຈິງ ເພື່ອສ້າງຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດບັນດາມາດຖານຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ກໍຄື ການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ ແລະ ອັນເປັນພື້ນຖານໃນການກະກຽມການເມີນ ໃຫ້ແກ່ຜູ້ຈັດຕັ້ງປະຕິບັດຕົວຈິງທີ່ຈະໄດ້ເຮັດວຽກຮ່ວມກັບຜູ້ປະເມີນ ເພື່ອເປັນການກະກຽມຄວາມພ້ອມຂອງ ສປປ ລາວ.
ພ້ອມດຽວກັນນີ້; ຄະນະກອງເລຂາກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນກໍໄດ້ເຂົ້າຢ້ຽມຂໍ່ານັບຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ; ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ; ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍການລາຍງານແມ່ນຕິດພັນ ກັບ 4 ວຽກຕົ້ນຕໍໃນນີ້ມີຄະນະ ວຽກງານເຜີຍແຜ່ ແລະ ເຊື່ອມ ຊຶມ, ວຽກງານນິຕິກໍາ ແລະ ກົນໄກ, ວຽກງານຄຸ້ມຄອງ ແລະ ວຽກງານດໍາເນີນຄະດີ, ຜົນການເຝິກອົບຮົມພ້ອມທັງແນະນຳຂັ້ນຕອນ, ຂະບວນການປະເມີນລວມທັງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນຂອງການປະເມີນຮອບດ້ານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ຂັ້ນນໍາໄດ້ຮັບຊາບ.
(ຄຳຮຸ່ງ)