ລາວ: ພະນັກງານ-ລັດຖະກອນ ທົ່ວປະເທດໃນປີ 2019 ຫລຸດລົງ 1.992 ຄົນ
|
ພາບປະກອບ
ໃນປີນີ້ ລັດຖະບານ ໄດ້ອະນຸມັດຕົວເລກ ລັດຖະກອນໃໝ່ ຈຳນວນ 1.500 ຄົນ ແລະ ໄດ້ສຳເລັດການບັນຈຸຢູ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນແລ້ວ, ເຊິ່ງໃນປີ 2019 ມີພະນັກງານ-ລັດຖະກອນ ທົ່ວປະເທດທັງໝົດ 182.169 ຄົນ, ຍິງ 84.731 ຄົນ, ໃນນັ້ນ ຢູ່ຂັ້ນສູນກາງ 26.381 ຄົນ ເທົ່າກັບ 14%, ຂັ້ນແຂວງ 37.620 ຄົນ ເທົ່າກັບ 20% ແລະ ຂັ້ນເມືອງ 118.168 ຄົນ ເທົ່າກັບ 66%. ສຳລັບລັດຖະກອນຄູ ແມ່ນກວມເອົາ 42% ຂອງຈຳນວນພະນັກງານ-ລັດຖະກອນທັງໝົດ ເຊິ່ງມີ 76.696 ຄົນ.
ສໍາລັບປີ 2020 ຊຶ່ງເປັນປີສຸດທ້າຍ ຂອງແຜນການ 5 ປີຄັ້ງທີ I ຂອງຂະແໜງການພາຍໃນ, ທ່ານ ຄຳໝັ້ນ ສູນວິເລີດ ໄດ້ເນັ້ນໃຫ້ແຕ່ ລະພາກສ່ວນ ເອົາໃຈໃສ່ກວດກາຄືນ ບັນຫາທີ່ຍັງເປັນຈຸດຄົງຄ້າງຕ້ອງໄດ້ແກ້ໄຂ ແລະ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດຄໍາຂວັນດັ່ງກ່າວ ໃຫ້ປາກົດຜົນເປັນຈິງ ແລະ ເຮັດໃຫ້ການປັບປຸງວຽກງານ ໄດ້ຮັບຜົນດີກວ່າເກົ່າ ເພື່ອປະຕິບັດພາ ລະບົດບາດ ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕາມຄວາມຮັບຜິດຊອບ ຂອງຂະແໜງ ການພາຍໃນ ໂດຍສະເພາະ ກ່ຽວກັບການຄົ້ນຄວ້າ ປັບປຸງກົງຈັັກການຈັດຕັ້ງ ຂອງອົງການບໍລິຫານລັດ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະ ບັນຫາອື່ນໆ ທີ່ປີ່ນອ້ອມລວມທັງ ວຽກລັດຖະກອນ, ວຽກເຕັກນິກການປົກຄອງ ແລະ ການຮ່ວມມືສາກົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.
ພ້ອມດຽວກັນ, ກໍຈະໄດ້ສືບຕໍ່ຊຸກຍູ້ ແລະ ອອກບັດພະນັກງານ-ລັດຖະກອນ ໃຫ້ແກ່ບັນດາກະ ຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ໃນ ປີ 2020. ມາຮອດປັດຈຸບັນ ໄດ້ຈັດພິມ ແລະ ແຈກຢາຍບັດ ພະນັກງານ-ລັດຖະກອນ ຢູ່ຂັ້ນສູນກາງໄດ້ 39 ພາກສ່ວນ ແລະ ທ້ອງຖິ່ນ 1 ພາກສ່ວນ, ລວມທັງໝົດ 10.495 ຄົນ.
(ໄຊພອນ)