ລາວ: ຄາດຄະເນໝົດປີ 2019 ຈະປະຕິບັດລາຍຮັບໄດ້ 25 ພັນຕື້ກີບ
|
ກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2019 ແລະ ທິດທາງແຜນການປີ 2020.(ພາບ: ຂປລ)
ຕະຫຼອດໄລຍະ 11 ເດືອນຜ່ານມາສາມາດປະຕິບັດລາຍຮັບໄດ້ທັງໝົດ 20.641,55 ຕື້ກີບ ເທົ່າກັບ 77,89% ຂອງແຜນການປີ ໃນນັ້ນ ລາຍຮັບພາຍໃນ 20.061,66 ຕື້ກີບ ເທົ່າກັບ 82,76% ຂອງແຜນການປີ ທຽບໃສ່ໄລຍະດຽວກັນປີ 2018 (19.471 ຕື້ກີບ) ເພີ່ມຂຶ້ນ 3% ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 580,88 ຕື້ກີບ ເທົ່າກັບ 28,13% ຂອງແຜນການປີ ສະເພາະລາຍຮັບສູນກາງປະຕິບັດໄດ້ 16.520,72 ຕື້ກີບ ເທົ່າກັບ 77,89% ຂອງແຜນການ ລາຍຮັບທ້ອງຖິ່ນປະຕິບັດໄດ້ 4.120,83 ຕື້ກີບ ເທົ່າກັບ 81,64% ຂອງແຜນການປີ ພ້ອມນັ້ນ ການປະຕິບັດລາຍຮັບຂອງທ້ອງຖິ່ນມີ 3 ແຂວງທີ່ປະຕິບັດໄດ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ໃນນັ້ນ ມີແຂວງຜົ້ງສາລີ ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ປະຕິບັດລາຍຮັບໄດ້ເກີນ 85% ຂອງແຜນການຂຶ້ນໄປ ມີແຂວງອຸດົມໄຊ ຫຼວງພະບາງ ຫົວພັນ ໄຊສົມບູນ ບໍລິຄຳໄຊ ແລະ ແຂວງວຽງຈັນ ສ່ວນບັນດາແຂວງທີ່ຍັງເຫຼືອແມ່ນປະຕິບັດລາຍຮັບໄດ້ຫຼຸດ 85% ຂອງແຜນການປີ ສ່ວນລາຍຈ່າຍປະຕິບັດໄດ້ທັງໝົດ 23.276,47 ຕື້ກີບ ເທົ່າກັບ 69% ຂອງແຜນການປີ ແລະ ການດຸນໃນ 11 ເດືອນກວ່າຜ່ານມາ 2.636,92 ຕື້ກີບ ເທົ່າກັບ 36,46% ຂອງແຜນການປີ ແລະ ແຫຼ່ງທຶນມາດຸນດ່ຽງງົບປະມານທັງໝົດໄດ້ 11.463,78 ຕື້ກີບ ເທົ່າກັບ 64,53% ຂອງແຜນການປີ ແລະ ຄາດຄະເນໝົດປີ 2019 ຈະປະຕິບັດລາຍຮັບໄດ້ 25.665 ຕື້ກີບ ເທົ່າກັບ 96,84% ໃນນັ້ນ ລາຍຮັບພາຍໃນ 23.474 ຕື້ກີບ ລາຍຮັບຈາກການຊ່ວຍເຫຼືອລ້າປະມານ 1.993 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນສັງຄົມ 197 ຕື້ກີບ.
ເພື່ອສ້າງເງື່ອນໄຂທີ່ໜັກແໜ້ນ ແລະ ກະກຽມໃຫ້ແກ່ການຈັດຕັ້ງ ແຜນງົບປະມານແຫ່ງລັດ ປີ 2020 ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ ລາຍຮັບທັງໝົດ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ຊຶ່ງເປັນລາຍ ຮັບພາສີ-ອາກອນ 22.133 ຕື້ກວ່າກີບ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 4.576 ຕື້ກວ່າກີບ ແລະ ລາຍຮັບການຊ່ວຍເຫລືອລ້າ 2.287 ຕື້ກີບ; ສ່ວນລາຍຈ່າຍທັງໝົດ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP ແລະ ຂາດດຸນງົບປະມານ 6.696 ຕື້ກີບທົ່າກັບ 3,77% ຂອງ GDP, ກອງປະຊຸມ ໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນ ເພື່ອກຳນົດທິດທາງແຜນການ ທີ່ສໍາຄັນທາງດ້ານວິຊາການ ເພື່ອປັບປຸງມາດຕະການ ແລະ ກົນໄກການຄຸ້ມຄອງ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໂດຍສະເພາະການ ຂຸດຄົ້ນຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນປີໜ້າໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
(ໄຊພອນ)