ເປີດຕົວຊາຍຄາລວມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Malta
ຫວ່າງແລ້ວນີ້, ຢູ່ Malta, ໄດ້ດຳເນີນພິທີສ້າງຕັ້ງສະມາຄົມຊາວ ຫວຽດນາມ ອາໄສຢູ່ Malta ແລະ ສະເໝີຕົວຄະນະບໍລິຫານງານສະມາຄົມ.
ເປີດຕົວຊາຍຄາລວມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Malta. ພາບ: Facebook ປະຊາຄົມຊາວຫວຽດນາມ ອາໄສຢູ່ Malta |
ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ທັງຮັບຜິດຊອບ Malta ເຢືອງຫາຍຮືງ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ Malta ແລະ ແຂກຖືກເຊີນເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານການສ້າງຕັ້ງສະມາຄົມຊາວຫວຽດນາມ ອາໄສຢູ່ Malta, ແມ່ນເຫດການມີຄວາມໝາຍສຳຄັນໃນຊີວິດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Malta.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການນຳພັກ ແລະ ລັດ ຍາມໃດກໍ່ສະຫງວນຄວາມຮັກແພງ, ຄວາມເອົາໃຈໃສ່ ແລະ ຊີ້ນຳວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ແນວທາງ ແລະ ແຜນນະໂຍບາຍກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບການປັບປຸງນັບມື້ນັບສົມບູນຂຶ້ນ, ພິເສດແມ່ນບົດສະຫຼຸບຂອງກົມການເມືອງເລກທີ 12 ກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່ ສືບຕໍ່ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມຮັບຜິດຊອບຂອງພັກ ແລະ ລັດ ໃນການເບິ່ງແຍງດູແລພໍ່ແມ່ປະຊາຊົນທີ່ອາໄສຢູ່ຕ່າງປະເທດ ຢ່າງຈະແຈ້ງ.
ບູນມີ