21:00 | 04/08/2022

ຫວຽດນາມ ຄ້ວາໄດ້ອີກຫຼຽນຄຳ 5 ຫຼຽນໃນເນື້ອໃນລອຍນໍ້າ

ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
ຫວຽດນາມ ຄ້ວາໄດ້ອີກຫຼຽນຄຳ 5 ຫຼຽນໃນເນື້ອໃນລອຍນໍ້າ
ຫວໍຮວິ່ງແອັງຄວາ ຄວ້າໄດ້ຫຼຽນຄໍາທໍາອິດ ໃຫ້ທີມ ຫວຽດນາມ ທີ່ ASEAN Para Games 2022. (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 2 ສິງຫາ​ນີ້ - ມື້ແຂ່ງຂັນທາງການ ທີ 3 ຂອງງານມະຫາກຳກິລາຄົນພິການ ອາຊຽນ 2022 (ASEAN Para Games 2022) ​ຄັ້ງ​ທີ 11 ຢູ່ ອິນ​ໂດ​ເນ​ເຊຍ, ທີມ​ລອຍ​ນ້ຳ​ຄົນ​ພິການ ​ຫວຽດນາມ ​ ​ສືບ​ຕໍ່​ແຂ່ງຂັນຢ່າງປະທັບໃຈ ແລະ​ ​ຄວ້າໄດ້ຫຼຽນ​ຄຳ 5 ຫຼຽນ​ອີກ.

ນັກກິລາລອຍນໍ້າ ແຢັງຮ່ວາ ຄວ້າໄດ້ຫຼຽນຄໍາ ເມື່ອເປັນຄົນທໍາອິດຮອດເປົ້າ ຢູ່ໃນ 2 ເນື້ອໃນລອຍນໍ້າຄື ລອຍນໍ້າຟຮີສະໄຕ 200 ແມັດຊາຍ ປະເພດພິການ S4 (ດ້ວຍຜົນງານແມ່ນ 4 ນາທີ 11 ວິນາທີ 12) ແລະ ລອຍແມງກະເບື້ອ 50 ແມັດຊາຍ ປະເພດພິການ SB3 (ດ້ວຍຜົນງານແມ່ນ 56 ວິນາທີ 81).

ໃນຂະນະນັ້ນ, ນັກກິລາ ໂດ໊ແທັງຫາຍ ກໍໄດ້ຂ້າມຜ່ານຄູ່ແຂ່ງທັງໝົດຂອງຕົນໃນເນື້ອໃນ ລອຍກົບ 50 ແມັດ ຊາຍ ປະເພດພິການ SB3 ເພື່ອມາຮອດເປົ້າ ພາຍຫຼັງ 42 ວິນາທີ 40.

ນັກກິລາສອງຄົນທີ່ຍາດໄດ້ຫຼຽນຄໍາ ແມ່ນ ຫງວຽນຮວ່າງຫຍາ ໃນເນື້ອໃນລອຍຫງາຍ 100 ແມັດຊາຍ ປະເພດພິການ S6 (1 ນາທີ 19 ວິນາທີ 01) ແລະ ຫວໍຮວິ່ງແອັງຄວາ ໃນເນື້ອໃນລອຍຫງາຍ 100 ແມັດຊາຍ ປະເພດພິການ S8 (1 ນາທີ 16 ວິນາທີ​ 08). ນີ້ແມ່ນຫຼຽນຄໍາທີ​ 2 ຂອງແອັງຄວາ.

ມາຮອດຕອນທ່ຽງ ວັນທີ 2 ສິງຫາ, ທີມລອຍນໍ້າຄົນພິການ ຫວຽດນາມ ຄວ້າໄດ້ ຫຼຽນຄຳ 11 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ, ກ້າວເຂົ້າໃກ້ເປົ້າໝາຍທີ່ວາງອອກໃນຄັ້ງນີ້ແມ່ນຫຼຽນຄໍາ 13 ຫຼຽນ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14861.html

In bài biết