ຄວາມຮັກ "ຂອງທ່ານໝໍ" ຊາຍແດນຫວຽດນາມ
![]() |
ຫົວໜ້າກອງບັນຊາການ ທະຫານຊາຍແດນດ່ານຊາຍແດນລາວບາວ ໄດ້ມອບຂອງຂວັນໃຫ້ປະຊາຊົນບ້ານແດນສະຫວັນ. (ພາບ: ຈຸກຮ່າ)
ເລື່ອງທໍາອິດທີ່ພວກເຮົາຕ້ອງການກ່າວເຖິງໃນການມາກວດສຸຂະພາບ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ປະຊາຊົນບ້ານແດນສະຫວັນ ແມ່ນ ກ່ຽວກັບ ທ່ານ ພັນຕີ ໂງ ກວາງ ຖວຽນ , ສະມາຊິການເມືອງຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບາວ ແລະ ເມຍແມ່ນທ່ານໝໍ, ຮ້ອຍຕີ ເລ ຖິ ຫ໋າຍ ອ໋ຽນ. ພັນຕີ ໂງ ກວາງ ຖວຽນ ແມ່ນຜູ້ທີ່ຄຸ້ນເຄີຍຂອງປະຊາຊົນກຸ່ມບ້ານແດນສະຫວັນ ເປັນເວລາດົນນານມາແລ້ວ ຍ້ອນຄວາມໄກ້ສິດຂອງພໍ່ແມ່ປະຊາຊົນໃນບ້ານ. ໃນຄັ້ງນີ້, ໃຜໆກໍ່ມ່ວນຊື່ນເມື່ອຮູ້ວ່າໃນທີມແພດ, ທ່ານຫມໍທີ່ຈະມາ ກວດພະຍາດໃຫ້ພີ່ນ້ອງ ກໍ່ຄືລູກເມຍ ຂອງຕົນ, ດັ່ງນັ້ນທຸກໆຄົນໃຜກໍ່ຕ້ອງການຢາກມາກວດ "ໂຕະເບີ 1" ໂຕະທີ່ທ່ານໝໍ ຫ໋າຍ ອ໋ຽນ ເປັນຜູ້ກວດ...
![]() |
ພັນຕີ ໂງ ກວາງ ຖວຽນ ເປັນຜູ້ແປພາສາ ໃຫ້ຜູ້ເປັນເມຍ ເມື່ອກວດພະຍາດໃຫ້ປະຊາຊົນບ້ານແດນສະຫວັນ.(ພາບ:ຈຸກຮ່າ)
ໃນໄລຍະເວລາກວ່າ 20 ປີ ຂອງການເປັນ ທ່ານຫມໍ ໃນກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ລາວບໍ່ເຄີຍຈັກເທື່ອ “ທີ່ຈະຂາດ” ໃນການມາກວດພະຍາດ ແລະ ແຈກຢາປິ່ນປົວພະຍາດໃຫ້ແກ່ປະຊາຊົນ ຢູ່ໃນເຂດຊາຍແດນຂອງແຂວງກວ້າງຈິ ກໍ່ຄືແຂວງ ສາລະວັນ ແລະ ສະຫວັນນະເຂດ. ສໍາລັບນາງໝໍ ອ໋ຽນ ແລ້ວ , ຄວາມຮັກແພງທີ່ມີໃຫ້ແກ່ ປະຊາຊົນຜູ້ທຸກຍາກໃນເຂດຊາຍແດນ ໄດ້ເລີ່ມຕົ້ນດ້ວຍເລື່ອງຂອງພໍ່ຂອງນາງໝໍ ອ໋ຽນ (ພັນໂທ ດັ້ງ ຫງັອກ ເຖາະ, ອາດີດຫົວໜ້າພາລາທການທະຫານຊາຍແດນແຂວງກວ້າງຈິ ໃນແຕ່ລະຄັ້ງທີ່ໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ. ຈາກນັ້ນແມ່ນຜູ້ເປັນຜົວ (ພັນໂທ ຫງວ໋ຽນ ວັນ ສີ ອາດີດຮອງຫົວໜ້າການເມືອງທະຫານຊາຍແດນແຂວງກວ້າງຈິ) ກໍ່ເປັນຜູ້ໜຶ່ງ ທີ່ໃຊ້ເວລາຫລາຍປີ ຕິດພັນກັບຊາຍແດນ. ບັນດາເລື່ອງລາວຄວາມລໍາບາກ, ຂາດດຸນທາງດ້ານວັດຖຸ, ໂດຍສະເພາະແມ່ນຢາປົວພະຍາດ ໃນເວລາທີ່ເຈັບປ່ວຍກໍ່ເຮັດໃຫ້ນາງຮູ້ສຶກເສົ້າໃຈ.
ດັ່ງນັ້ນ, ໂອກາດທີ່ຈະໄປກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ພໍ່ແມ່ນປະຊາຊົນຄືແນວນີ້ແມ່ນໂອກາດ ທີ່ສໍາຄັນທີ່ຈະສະແດງເຖິງຄວາມເອົາໃຈໃສ່, ຄວາມຮູ້ສຶກຂອງຕົນ ຕໍ່ກັບຜູ້ດ້ອຍໂອກາດ. ສັບສົນໃນການແຈກຢາປົວພະຍາດ, ນາງໝໍ ອ່ຽນ ໄດ້ໃຫ້ຂອ້ຍ ເອົາຢາ ວິຕະມິນ ເຊ ແຈກໃຫ້ບັນດາເດັກນ້ອຍ. ເມື່ອເຫັນບັນດາເດັກນ້ອຍມາກວດພະຍາດໂດຍບໍ່ມີຜູ້ປົກຄອງມານຳ, ຄືກັນກັບບາງບ່ອນ, ນາງໝໍອຽນ ໄດ້ສັ່ງຢ່າງລະອຽດເທື່ອໜ້າແມ່ນໃຫ້ພາລູກມານຳ, ເດັກນ້ອຍບໍ່ຕ້ອງມີບັດກໍ່ໄດ້.”
(ຫັດທະບູນ)