07:00 | 18/10/2019

ນະຄອນຫຼວງວຽງຈັນ ສປປ ລາວ ຈູດ​ທຳລາຍ​ຢາ​ເສບ​ຕິດ​ ເກືອບ 1000 ກິ​ໂລ

ນະຄອນຫຼວງວຽງຈັນ ສປປ ລາວ ຈູດ​ທຳລາຍ​ຢາ​ເສບ​ຕິດ​ ເກືອບ 1000 ກິ​ໂລ

ນະຄອນຫຼວງວຽງຈັນ ສປປ ລາວ ຈູດ​ທຳລາຍ​ຢາ​ເສບ​ຕິດ​ ເກືອບ 1000 ກິ​ໂລ

ທ່ານ ​ພົ​ຈວ ບຸບຜາ ສີ​ພົມມາ ຫົວໜ້າ​ກອງ​ບັນຊາ​ການ ​ປກສ ນວ ໄດ້​ກ່າວ​ວ່າ: ການ​ຈູດ-ທຳລາຍ​ຢາ​ເສບ​ຕິດ​ຄັ້ງ​ນີ້​ເປັນ​ການ​ທຳລາຍ​ຢາ​ເສບ​ຕິດ​ທີ່​ສານ​ຕັດສິນ​ແລ້ວ​ມາ​ຈາກ​ກົມ​ຕຳຫຼວດ 303 ແລະ ທົ່ວ ​ປກສ ນວ ປະກອບ​ມີ​ຢາ​ບ້າ 385,94 ກິ​ໂລ ເຮ​ໂລ​ອິນ 93,4 ກິ​ໂລ ຢາ​ໄອສ໌ 37,6 ກິ​ໂລ ກັນຊາ​ແຫ້ງ 8 ກິ​ໂລ ແປ້ງ​ເຮັດ​ຢາ​ບ້າ 67 ກິ​ໂລ ແປ້ງ​ຄາ​ເຟ​ອິນ 41 ເປົາ ໂຣ​ເດຍ​ໂອມ 64 ກິ​ໂລ ຣິ​ຊິ​​ສ​ເດ 18 ກິ​ໂລ ແປ້ງ​ສີ​ຄຣີມ 310 ກິ​ໂລ ແປ້ງ​ຝຸ່ນ​ສີຂາວ 8,89 ກິ​ໂລ ແປ້ງ​ຝຸ່ນ​ສີ​ສົ້ມ 67 ກຼາມ ແປ້ງ​ຝຸ່ນ​ສີ​ບົວ​ກຸຫຼາບ+ບົວ​ປູນ 113 ກຼາມ ແປ້ງ​ສີແດງ​ຊ້ຳ 56 ກຼາມ ແປ້ງ​ສີແດງ 17,2 ກິ​ໂລ ໂສດາ​ໄຟ 17ເປົາ ໃບ​ຕົ້ນ​ແຄັດ 39,2 ກິ​ໂລ ແລະ ແປ້ງ​ຄາ​ເຟ​ອິນ+ໂສດາ​ໄຟ 58 ເປົາ ລວມ​ທັງ​ໝົດ 741 ກິ​ໂລ.

ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ໃນ​ໜຶ່ງ​ປີຜ່ານມາ​ໄດ້​ເອົາໃຈໃສ່​ບາງ​ວຽກ​ສຳຄັນ ໂດຍ​ສະເພາະ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ 3 ຫຼຸດ 3 ເພີ່ມ 3 ຂະ​ບວນ​ການ ພິເສດ​ການ​ຫຼຸດຜ່ອນ​ບັນຫາ​ຢາ​ເສບ​ຕິດ​ໃນ ນວ ປັດຈຸບັນ​ທົ່ວ ນວ ສ້າງ​ບ້ານ​ປອດ​ຢາ​ເສບ​ຕິດ​ໄດ້​ທັງ​ໝົດ 348 ບ້ານ ກວມ​ເອົາ 72,35% ຂອງ​ບ້ານ​ທັງ​ໝົດ 481 ບ້ານ ສ້າງ​ໂຮງຮຽນ​ປອດ​ຢາ​ເສບ​ຕິດ​ໄດ້ 136 ແຫ່ງ ກວມ​ເອົາ 83,95% ຂອງ​ໂຮງຮຽນ​ມັດທະຍົມ​ທັງ​ໝົດ 162 ແຫ່ງ ຂະ​ບວນ​ການ​ສ້າງ​ບ້ານ ສ້າງ​ໂຮງຮຽນ​ໃຫ້​ປອດ​ສິ່ງ​ເສບ​ຕິດ​ດັ່ງກ່າວ​ນີ້ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ໄດ້​ດີ​ພໍ​ສົມຄວນ ພ້ອມ​ນັ້ນ ກອງ​ບັນຊາ​ການ ​ປກສ ນວ ໄດ້​ຮ່ວມ​ມື​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂັ້ນ​ຕ່າງໆ ປະຕິບັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ສະແດງ​ອອກ 1 ປີຜ່ານມາ​ສາມາດ​ມ້າງ​ຄະດີ​ຢາ​ເສບ​ຕິດ​ໄດ້ 887 ຄັ້ງ ກັກ​ຕົວ​ຜູ້​ກະທຳ​ຜິດ​ໄດ້ 1.202 ຄົນ ຍິງ 123 ຄົນ ມີ​ຄົນ​ຕ່າງປະເທດ 10 ຄົນ ຍິງ 3 ຄົນ ສາມາດ​ຢຶດ​ຢາ​ເສບ​ຕິດ​ປະເພດ​ຢາ​ບ້າ 761.295 ເມັດ ເຮ​ໂຣ​ອິນ 22 ແທ່ງ ຢາ​ໄອສ໌ 219 ກິ​ໂລ ໂຄ​ເຄນ 1 ຖົງ​ນ້ອຍ ຝຸ່ນ​ປະສົມ​ຢາ​ບ້າ​ສີແດງ 34 ກຼາມ ຝຸ່ນ​ປະສົມ​ຢາ​ບ້າ​ສີຂາວ 13 ກຼາມ ລົດ​ໃຫຍ່ 34 ຄັນ ລົດຈັກ 96 ຄັນ ໂທລະສັບ​ມື​ຖື 282 ໜ່ວຍ ອາວຸດ​ເສິກ​ປືນ​ຍາວ 4 ກະບອກ ແລະ ປືນ​ສັ້ນ 14 ກະບອກ ອາ​ຍັດ​ເຮືອນ​ທີ່​ດິນ 11 ຫຼັງ ແລະ ດິນ​ສວນ 14 ຕອນ ພ້ອມ​ດ້ວຍ​ວັດຖຸ​ມີຄ່າ​ຈຳນວນ​ຫຼາຍ​ລາຍການ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

Link: https://huunghivietlao.thoidai.com.vn/detail-article-1474.html

In bài biết