07:07 | 18/10/2019

ລາວ ຄາດຄະເນການເລີ່ມລົງມືກໍ່ສ້າງໂຄງການທາງລົດໄຟເຊື່ອມຕໍ່ ລາວ - ຫວຽດນາມ ໃນປີ 2021

ລາວ ຄາດຄະເນການເລີ່ມລົງມືກໍ່ສ້າງໂຄງການທາງລົດໄຟເຊື່ອມຕໍ່ ລາວ - ຫວຽດນາມ ໃນປີ 2021

ພາບປະກອບ

ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງແຜນການ ແລະ ການລົງທຶນ ລາວ ກັບບໍລິສັດ Petro Trade ໃນວັນທີ 15 ຕຸລາ, ທ່ານ ຈັນທອນ ສິດທິໄຊ, ປະທານບໍລິສັດ Petro Trade ໃຫ້ຮູ້ວ່າ: “ເສັ້ນທາງລົດໄຟມີລວງຍາວປະມານແຕ່ 240 – 270 ກິໂລແມັດ, ໃນນັ້ນ ລວງຍາວໄປຜ່ານດິນແດນລາວ ແມ່ນປະມານ 150 ກິໂລແມັດ. ໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະສຳເລັດໃນປີ 2024. ນີ້ຈະແມ່ນເສັ້ນທາງລົດໄຟໄດ້ມາດຕະຖານສາກົນ. ເສັ້ນທາງລົດໄຟຈະຊ່ວຍເຊື່ອມຕໍ່ລາວ ກັບພາກພື້ນ ອາຊຽນ, ເອື້ອອຳນວຍໃຫ້ ລາວ ພັດທະນາພື້ນຖານໂຄງລ່າງ ແລະ ບັນດາຮາກຖານດ້ານວັດຖຸໃຫ້ແກ່ການລົງທຶນການຄ້າ ແລະ ກະສິກຳ, ນຳມາເຊິ່ງຄວາມສາມາດບົ່ມຊ້ອນໃຫ້ລາວ ເພື່ອກາຍເປັນປະເທດອຸດສາຫະກຳ, ທັນສະໄໝ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

Link: https://huunghivietlao.thoidai.com.vn/detail-article-1473.html

In bài biết