ທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະໃນນັດເຕະທຳອິດຢູ່ AFF Cup 2022
![]() |
ພາບປະກອບ: baothaibinh.com.vn |
ນັກເຕະ ວ້ານຊື້, ຫ໋າຍອຽນ ແລະ ແທັງຍາ ແມ່ນຜູ້ທີ່ໄດ້ຍິງເຂົ້າປະຕູ ເພື່ອນຳມາເຊິ່ງໄຊຊະນະໃຫ້ແກ່ທິມບານເຕະ ຫວຽດນາມ.
ດ້ວຍໄຊຊະນະນີ້, ຄະນະນັກກິລາຂອງຄູຝຶກມາຍດຶກຈຸງ ພວມຢືນຢູ່ອັນດັບທີ 3 ເມື່ອມີຄະແນນເທົ່າກັບ ມຽນມາ ແຕ່ໜ້ອຍກ່ວາກ່ຽວກັບລູກເຂົ້າປະຕູ.
ຢູ່ຕາຕະລາງນີ້, ທິມຊາດລາວພວມນຳໜ້າດ້ວຍ 4 ຄະແນນພາຍຫຼັງ 2 ນັດແຂ່ງຂັນສະເໝີ 1-1 ກັບກຳປູເຈຍ ແລະ ຊະນະ 2-0 ຕໍ່ທິມບານຕະ ຕີມໍແລັດສເຕີ). ທິມບານເຕະລາວ ກໍ່ແມ່ນຄູ່ແຂ່ງໃນການແຂ່ງຂັນນັດທີ 2 ຂອງທິມບານເຕະ ຫວຽດນາມ (ເຊິ່ງໄດ້ດຳເນີນຕອນບ່າຍວັນທີ 9 ກໍລະກົດ).
ບຸນຄົງ