09:53 | 23/06/2022

ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື

ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຊ່ວຍ​ເຫຼືອ​ພໍ່​ແມ່ປະ​ຊາ​ຊົນ ແຂວງ ສະຫວັນນະເຂດ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຊ່ວຍ​ເຫຼືອ​ພໍ່​ແມ່ປະ​ຊາ​ຊົນ ແຂວງ ສະຫວັນນະເຂດ
ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື
ຄະນະຜູ້ແທນສອງຝ່າຍດຳເນີນການ ລົງນາມບົດບັນທຶກການຮ່ວມມື (ພາບ: TTXVN)

ຄະນະຜູ້ແທນຂັ້ນສູງແຂວງກວ່າງບິ່ງ ນຳໂດຍທ່ານ ຫວູດ້າຍຖັ່ງ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊີກສະພາແຫ່ງຊາດແຂວງ. ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ (ລາວ) ນຳໂດຍ ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ເປັນຫົວຄະນະ.

ທີ່ການພົບປະ, ຫົວໜ້າຄະນະຜູ້ແທນຂັ້ນສູງສອງແຂວງ ກວາງບິ່ງ ແລະ ສະຫວັນນະເຂດ ໄດ້ລາຍງານສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ອຳນາດການປົກຄອງຂອງສອງແຂວງ. ການນຳແຂວງກວ່າງບິ່ງ ແລະ ສະຫວັນນະເຂດ ໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈຳທີ່ມີເນື້ອໃນສຳຄັນໃນການຮ່ວມມືພັດທະນາ. ໃນນັ້ນ, ສອງແຂວງສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຄະນະວຽກງານຊາຍແດນ, ຄະນະບັນດາອົງການຈັດຕັ້ງພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນຂອງ 2 ແຂວງ ໄປຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການດ້ວຍເນື້ອໃນທີ່ແທດຈິງ. ການລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ 2 ຄະນະຜູ້ແທນ ແມ່ນດຳເນີນໃນທຸກໆ ສອງປີ.

Link: https://huunghivietlao.thoidai.com.vn/detail-article-14484.html

In bài biết