12:25 | 21/06/2022

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ

ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ເສຍສະລະ ຢູ່ ລາວ ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ
ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19 ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19

ເຂດຕັ້ງຢູ່ຄ້າຍ Blue Diamond Camp ຕັ້ງກາງປ່າຢາງພາລາ ກວ້າງກວ່າ 5 ເຮັກຕາ, ໃກ້ກັບຫ້ວຍນ້ຳຂຽວໃສ ໃນເຂດຕາແສງ ຊວນແຈກ, ເມືອງ ໂບ້ແຈກ, ແຂວງກວາງບິ່ງ, ໃກ້ກັບຖ້ຳຟອງຍາ ແລະປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ.

ທ່ານ​ນາງ ກິ່ມຢູ່ງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ 10 ກວ່າ​ຄົນ​ທີ່​ມາ​ຈາກ​ຮ່າ​ໂນ້ຍ ມາ​ຢູ່​ທີ່​ນີ້ 2 ວັນ. ພື້ນທີ່ຕັ້ງແຄ້ມແມ່ນໄດ້ອອກແບບໂດຍພິເສດ, ບໍ່ຄືກັບຕັ້ງແຄ້ມທົ່ວໄປ, ໃຊ້ປະໂຍດຈາກທິວທັດທໍາມະຊາດ, ແຕ່ບໍ່ແມ່ນການກໍ່ສ້າງ, ການນໍາໃຊ້ອຸປະກອນ ແມ່ນບັນດາອຸປະກອນກປະກອບສີ້ນສ່ວ, ການນໍາໃຊ້ພະລັງງານແສງຕາເວັນ, ເຊິ່ງເປັນມິດກັບສິ່ງແວດລ້ອມ.

“ດິນແດນຂອງແຂວງ​ກວາງ​ບິ່ງ ​ເຊິ່ງເວລາໃດ​ກໍ່ສຸດຍອດ, ພາຍ​ເຮືອ​ກະຢາກ​ເທິງ​ສາຍ​ນ້ຳ, ແມ່ນ້ຳ​ກໍ່​ໃສເບີ່ງເຫັນທິວທັດ​ຂ້າງ​ສະຫງົບ​ງຽບ, ​ໄດ້​ຍິນ​ສຽງ​ນົກ, ສຽງ​ລົມ... ​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ວ່າຮູບເງົາ "ແມ່ນ້ຳທຸກສາຍທັງໝົດລ້ວນແຕ່ໄຫຼ'. ໃນແສງແດດຂອງຕອນບ່າຍ ຂ້ອຍຮູ້ສຶກຄືກັບວ່າຂ້ອຍລືມທຸກຢ່າງ ແລະ ຮູ້ສຶກຜ່ອນຄາຍແທ້ໆ, ຂີ່ເຮືອຄາຍັກອອກສູ່ອ່າວ ວຶກໂຈ່ ແລະໂດດລົງລອຍໃນນ້ຳທີ່ເຢັນ, ສົດຊື່ນຫຼາຍ, "ເອອື້ຍຢູ່ງກ່າວວ່າ.

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ເຂດຕັ້ງຢູ່ຄ້າຍ Blue Diamond Camp. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ເອື້ອຍ ກີມຢຸງ ພ້ອມ​ດ້ວຍກຸ່ມໝູ່ເພື່ອນ​ຈາກ​ຮ່າ​ໂນ້ຍ 10 ກວ່າ​ຄົນ​ໄດ້​ລົງປະສົບການ​ຢູ່​ທີ່​ນີ້ 2 ມື້. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ

ເອື້ອຍ ກີມຢຸງ ເລົ່າວ່າ“​ດິນ​ແດນກວາງ​ບິ່ງ ແມ່ນສຸດຍອດທີ່ສຸດ”. ພາບ: vnexpress.net

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ

Blue Diamond Camp ມີກິດຈະກໍາຫຼາຍຢ່າງທີ່ຈະເຮັດໃຫ້ເຈົ້າຫຍຸ້ງຕະຫຼອດມື້. ພາບ: vnexpress.net

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ

ທີ່ນີ້, ທ່ານສາມາດພາຍເຮືອ kayak ຫຼື SUP ... ພາບ: vnexpress.net

ສິ່ງ​ທີ່ ເອື້ອຍ ກີມຢຸງ ​ປະ​ທັບ​ໃຈ ຢູ່​ບ່ອນ​ຕັ້ງ​ຄ້າຍ​ແຫ່ງ​ນີ້ ແມ່ນ​ປະ​ສົບ​ການ​ທີ່​ຊ່ວຍ​ໃຫ້​ນາງ​ວາດ​ພາບ​ການ​ເດີນ​ທາງ​ໄປ ເຊີນດ່ອງ ທີ່​ນາງ​ບໍ່​ມີ​ເງື່ອນ​ໄຂ​ກ່ຽວ​ກັບ​ດ້ານ​ສຸ​ຂະ​ພາບ ແລະ​ການ​ເງິນ.

ເອື້ອຍ ກີມຢຸງ ແບ່ງປັນ​ວ່າ: “ຂ້າພະ​ເຈົ້າ​ເຫັນ​ວ່າ​ທັງ​ອາກາດ​ຮ້ອນ​ ແລະ​ຝົນ​ຕົກ ສາມາດ​ແກ້​ໄຂ​ໄດ້​ຢູ່​ທີ່​ນີ້, ບໍ່​ຈຳ​ເປັນ​ຕ້ອງ​ກັງ​ວົນ​ກ່ຽວ​ກັບ​ການ​ຊອກ​ບ່ອນພັກເມື່ອຝົນຕົກ. ຫ້ອງ​ນ້ຳ​ກໍ່​ສະດວກ, ສະອາດ ​ແລະທັນ​ສະ​ໄໝ”.

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ພື້ນທີ່ທັງໝົດນີ້ມີ 9 ສະຖານທີ່ຕັ້ງຄ້າຍ, ມີຊື່ຕາມປະເພດດອກໄມ້. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ແຂກສາມາດຕັ້ງຄ້າຍຢູ່ໃນສະຖານທີ່ທີ່ມີຫຼັງຄາ ຫຼືຢູ່ໃນພື້ນທີ່ເປີດ, ອີງຕາມທາງເລືອກຂອງເຈົ້າ. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ

ນອກ​ຈາກ​ນັ້ນ, ​ເອື້ອຍ ກີມຢຸງ ຍັງ​​ປະ​ຫລາດ​ໃຈ​ກັບ​ສະ​ລອຍ​ນ້ຳ​ຢູ່​ໃຕ້ດິນນີ້. ພາບ: vnexpress.net

ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ແຂກສາມາດເລືອກຕັ້ງຄ້າຍໃນກາງເວນ ຫຼື ທັງກາງຄືນ. ເອື້ອຍ ກີມຢຸງ ກ່າວ​ຕື່ມ​ວ່າ “ບັນ​ຍາ​ກາດ​ຢູ່ເຂດຕັ້ງຄ້າຍ ແມ່ນ​ດີທີ່ສຸດໃນ​ຕອນ​ກາງ​ຄືນ. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ອາຫານຢູ່ເຂດຕັ້ງຄ້າຍ ໃນຕອນແລງ. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ຂົວອູ່ ເຊື່ອມຕໍ່ບັນດາຄ້າຍ. ຂົວດັ່ງກ່າວມີຄວາມຍາວທັງໝົດ 770 ແມັດ. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ຕື່ນແຕ່ເຊົ້າ, ອາກາດສົດຊື່ນ, ຫຼັງຈາກແລ່ນ, ການນັ່ງກິນເຂົ້າເຊົ້າຢູ່ກາງປ່າກໍ່ໜ້າສົນໃຈ. ພາບ: vnexpress.net
ຕັ້ງຄ້າຍຢູ່ກາງປ່າກວາງບິ່ງ
ສິ່ງທີ່ ເອື້ອຍ ກີມຢຸງ ຮູ້ສຶກເສຍດາຍເລັກນ້ອຍແມ່ນ ມີເວລາຢູ່ທີ່ນີ້ຫນ້ອຍ. ພາບ: vnexpress.net

ບູນມີ

Link: https://huunghivietlao.thoidai.com.vn/detail-article-14460.html

In bài biết