14:15 | 23/09/2019

ສະພາແຫ່ງຊາດ ຕີລາຄາການເຄື່ອນໄຫວວຽກງານ-ກະກຽມເລືອກຕັ້ງ

ສະພາແຫ່ງຊາດ ຕີລາຄາການເຄື່ອນໄຫວວຽກງານ-ກະກຽມເລືອກຕັ້ງ

ພາບປະກອບ

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເຄື່ອນໄຫວ ວຽກງານຂອງຄະນະ ສສຊ ປະຈຳເຂດເລືອກຕັ້ງ, ການກະກຽມ ແລະ ດຳເນີນກອງປະຊຸມ ສພຂ ຊຸດທີ I ໃນປີຜ່ານມາ ໂດຍໄດ້ເຂົ້າຮ່ວມໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ມີທັງໝົດ 73 ສະບັບ(ສ້າງໃໝ່ 32 ສະບັບ ແລະ ປັບປຸງ 41 ສະບັບ); ສັງລວມສະຖິຕິການພົບປະກັບ ຜູ້ມີສິດເລືອກຕັ້ງທັງໝົດທົ່ວປະເທດ ນັບແຕ່ກອງປະຊຸມ ຄັ້ງປະຖົມມະລືກ ຮອດປັດຈຸ ບັນ ມີຈໍານວນ 6.441 ຈຸດ ມີຜູ້ເຂົ້າຮ່ວມທັງໝົດ 1.118.548 ຄົນ ຍິງ 502.489 ຄົນ; ຄະນະ ສສຊ ປະ ຈຳເຂດເລືອກຕັ້ງ ໄດ້ຕິດຕາມກວດກາຕາມແຜນການຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ແລະ ກຳມາທິການສະພາແຫ່ງຊາດ ຍັງໄດ້ຕິດຕາມກວດກາ ຄຳຮ້ອງທຸກຂອງປະຊາຊົນ ເປັນຕົ້ນ ໂຄງການທາງດ່ວນ, ໂຄງ ການເສັ້ນທາງລົດໄຟ, ເຂື່ອນໄຟຟ້ານ້ຳຕົກ, ການບຸກລຸກປ່າສະຫງວນ ແລະ ອື່ນໆ.

ພ້ອມນັ້ນ, ຮັບຟັງບົດລາຍງານ ກ່ຽວກັບການປະຕິບັດ ໜ້າທີ່ວຽກງານ ຂອງຄະນະເລຂາທິການສະພາແຫ່ງຊາດ ຕໍ່ວຽກງານເຂດເລືອກຕັ້ງ; ຮັບຟັງການເຜີຍແຜ່, ແນະນໍາກ່ຽວກັບການກະກຽມ ແລະ ດໍາເນີນການປະເມີນຜົນ ຕໍ່ການປະຕິບັດໜ້າທີ່ ຂອງບຸກຄະລາກອນ ດໍາລົງຕໍາແໜ່ງທີ່ ສພຊ, ສພຂ ເລືອກຕັ້ງ ແລະ ຮັບ ຮອງເອົາການແຕ່ງຕັ້ງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-1444.html

In bài biết