14:31 | 23/09/2019

ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019

ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019

ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019

ການ​ຄັດ​ເລືອກ Miss World Laos 2019 ຮອບ​ຕັດ­ສິນ ຈັດ​ຂຶ້ນ​ວັນ​ທີ 19 ກັນ­ຍາ 2019 ຢູ່​ໂຮງ­ແຮມ​ແລນ​ມາກ ໂດຍ​ມີ​ທ່ານ​ນາງ ສຸ­ດາ​ວັນ ຈັນ­ທະ​ວີ​ທອງ ຫົວ­ໜ້າ​ຫ້ອງ­ການ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ທ່ານ ກຽດ​ຕິ​ຄຸນ ຊາດ​ປຣະ​ເສີດ ເອກ​ອັກ­ຄະ­ລາ­ຊະ­ທູດ ລາ­ຊະ​ອາ­ນາ­ຈັກ​ໄທ ປະ­ຈຳ ສປປ ລາວ ທ່ານ ສາຍ​ແກ້ວ ສີ­ດາ​ວົງ ປະ­ທານ​ໂຄງ­ການ​ຄັດ​ເລືອກ Miss World Laos ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ໂຄງ­ການ​ຄັດ​ເລືອກ Miss World Laos 2019 ແມ່ນ​ຮ້ານ​ແພັດ​ຕີ້​ເສີມ​ຄວາມ​ງາມ ຮ່ວມ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແລະ ບໍ­ລິ­ສັດ Prime Modeling Agency ຜູ້​ຖື​ລິ​ຂະ​ສິດ​ຈັດ​ງານ ໂຄງ ການ​ປະ​ກວດ​ດັ່ງ­ກ່າວ ເປັນ​ຜູ້​ຈັດ​ຂຶ້ນ ເຊິ່ງ​ມຸງ­ກຸດ​ປີ​ນີ້​ໄດ້​ແຮງ​ບັນ­ດານ​ໃຈ​ຈາກ​ນົກ​ຍຸງ ເພາະ​ເປັນ​ສັດ​ທີ່​ມີ​ຄວາມ​ສະ­ຫງ່າ​ງາມ​ພາຍ​ນອກ ແລະ ພາຍ​ໃນ​ແຂງ​ແກ່ນ ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຜູ້​ໃດ ໂຄງ­ການ​ນີ້​ເລີ່ມ​ເປີດ​ຮັບ​ສະ­ໝັກ​ໃນ​ເດືອນ​ມິ­ຖຸ­ນາ 2019 ແລ້ວ​ຄັດ​ເລືອກ​ໃຫ້​ເຫຼືອ 20 ຄົນ​ສຸດ​ທ້າຍ ເພື່ອ​ເປີດ​ໂອ­ກາດ​ໃຫ້​ຜູ້​ເຂົ້າ​ຄັດ​ເລືອກ​ໄດ້​ສະ­ແດງ ແຂ່ງ­ຂັນ​ຄວາມ​ສາ­ມາດ ແລະ ເຜີຍ​ຄວາມ​ຮູ້​ຊີງ​ຕຳ​ແໜງ​ຊະ­ນະ​ເລີດ ເຊິ່ງ​ຜ່ານ​ມາ​ຄັດ​ເລືອກ​ຜູ້​ໄດ້​ຮັບ​ຕຳ​ແໜງ Miss World Laos ປະ­ຈຳ​ປີ 2019 ແມ່ນ​ໝາຍ​ເລກ 1 ນາງ ເນ­ລະ­ມິດ ໄຊ​ປັນ­ຍາ ຮອງ​ອັນ​ດັບ 1 ໝາຍ​ເລກ 18 ນາງ ປາ­ນີ​ດາ ບຸບ­ຜາ ໄດ້​ຄອງ​ມຸງ­ກຸດ​ມູນ​ຄ່າ 100 ລ້ານ​ກີບ ແລະ ເງິນ​ລາ­ງວັນ 20 ລ້ານ​ກີບ ຮອງ​ອັນ​ດັບ 2 ໝາຍ​ເລກ 14 ນາງ ຊະ­ນີ​ຕາ ສະ­ແຫວງ​ໂຊກ ໄດ້​ຄອງ​ມຸງ­ກຸດ​ມູນ​ຄ່າ 100 ລ້ານ​ກີບ ແລະ ເງິນ​ລາ­ງວັນ 10 ລ້ານ​ກີບ ນອກ​ນີ້ ຍັງ​ມີ​ລາ­ງວັນ​ພິ­ເສດ ມູນ​ຄ່າ 40 ກວ່າ​ລ້ານ​ກີບ ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

Link: https://huunghivietlao.thoidai.com.vn/detail-article-1443.html

In bài biết