ລາວ: ປະຊາຊົນ 6 ແຂວງທີ່ຖືກນໍ້າຖ້ວມ ຕ້ອງການຄວາມຊ່ວຍເຫລືອຮີບດ່ວນ
|
ວັນທີ 5 ກັນຍາ 2019, ທີ່ສໍານັກງານນາຍົກລັດຖະມົນຕີ; ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ໄດ້ຮຽກປະຊຸມດ່ວນ ເພື່ອຮັບມື ແລະ ແກ້ໄຂໄພນໍ້າຖ້ວມທີ່ພວມເກີດຂຶ້ນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສປປ ລາວ. (ພາບ: ຂປລ)
ໃນຫລາຍມື້ຜ່ານມາ ເກີດມີພາຍຸພັດເຂົ້າມາ ສປປ ລາວ ເຮັດໃຫ້ເກີດມີຝົນຕົກໜັກ ແລະ ເກີດນໍ້າຖ້ວມໜັກ ຢູ່ 6 ແຂວງຂອງລາວ ສົ່ງຜົນກະທົບໂດຍກົງ ຕໍ່ປະຊາຊົນ ໃນ 37 ເມືອງ, 788 ບ້ານ, 54.207 ຄອບຄົວ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ (ສະ ຫວັນນະເຂດ 1 ຄົນ, ຈຳປາສັກ 1 ຄົນ), ສູນຫາຍ 2 ຄົນ ຢູ່ແຂວງຈຳປາສັກ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ; ສ້າງຄວາມເສຍຫາຍ ຕໍ່ບ້ານເຮືອນປະຊາຊົນ, ເນື້ອທີ່ນາຖືກນໍ້າຖ້ວມ 130.569 ກວ່າເຮັກຕາ, ສວນ 2.581 ເຮັກຕາ, ໜອງປາ 953 ໜອງ, ຊົນລະປະທານ 26 ແຫ່ງ, ເສັ້ນທາງຖືກນ້ຳຖ້ວມ 139 ກມ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ສັດລ້ຽງຫລາຍກວ່າ 136 ໂຕ ຖືກຍ້າຍໄປຢູ່ບ່ອນທີ່ປອດໄພ. ປັດຈຸບັນກົມສັງຄົມສົງເຄາະ (ກອງເລຂາ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ) ກໍາລັງຈັດສົ່ງເຄື່ອງຊ່ວຍເຫລືອ ໃຫ້ແກ່ບັນດາແຂວງ ລວມທັງງົບປະມານ ຮັບໃຊ້ບໍລິຫານສຸກເສີນແຂວງລະ 50 ລ້ານກີບ.
|
ປະຊາຊົນ 6 ແຂວງທີ່ຖືກນໍ້າຖ້ວມ ຕ້ອງການຄວາມຊ່ວຍເຫລືອຮີບດ່ວນ.(ພາບ: ຂປລ)
ສະເພາະຄວາມຕ້ອງການ ຮີບດ່ວນຂອງແຕ່ລະແຂວງ ສັງລວມໄດ້ດັ່ງນີ້: ແຂວງສະຫວັນນະເຂດ ຕ້ອງການເຂົ້າສານ ຈຳນວນ 150 ໂຕນ, ນ້ຳດື່ມ ຈຳນວນ 10 ພັນແພັກ, ໜີ່ສຳເລັດຮູບ ຈຳນວນ 3 ພັນແກັດໃຫຍ່, ປາກະປ໋ອງຈຳນວນ 1.500 ແກັດ, ເປົາຊາຍ 50 ພັນໜ່ວຍ ເພື່ອເສີມຄູກັນນ້ຳ ແລະ ປົວແປງຫລັງນໍ້າຫລຸດ, ເຮືອກູ້ໄພໃຫ້ແກ່ເມືອງຊົນນະບູລີ, ງົບປະມານໃນການບໍລິຫານນ້ຳມັນລົດ, ເຮືອ ແລະ ຈັດຊື້ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຢູ່ແຕ່ລະເມືອງຈຳນວນ 250 ລ້ານກີບ; ແຂວງຄຳມ່ວນ ຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ໂດຍສະເພາະແມ່ນເຂົ້າ ແລະ ອາຫານແຫ້ງ, ຢາປົວພະຍາດຄົນ-ສັດ, ເຮືອຮັບໃຊ້ໃນການກູ້ໄພ ແລະ ຂົນຍ້າຍປະຊາຊົນ, ງົບປະມານບໍລິຫານ ແລະ ແຮສຸກເສີນ; ແຂວງສາລະວັນ ຕ້ອງການເຮືອກູ້ໄພພ້ອມຄົນຂັບ, ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ນ້ຳດື່ມ, ເຂົ້າ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ງົບປະ ມານໃນການບໍລິຫານນ້ຳມັນ ແລະ ເສື້ອຊູຊີບ; ແຂວງຈຳປາສັກ ຕ້ອງການເຮືອ ແລະ ຄົນຂັບ ເພື່ອເຄື່ອນຍ້າຍປະຊາຊົນ, ເຄື່ອງອຸປະໂພກ- ບໍລິໂພກຕ່າງໆ ແລະ ງົບປະມານໃນການບໍລິຫານ ຕອບໂຕ້ສຸກເສີນ.
ແຂວງເຊກອງ ສະເໜີໃຫ້ ຄະນະກຳມະການປ້ອງ ແລະ ຄວບຄຸມໄພພິບັດແຫ່ງຊາດ ລົງຊຸກຍູ້ປະຕິບັດການຕອບໂຕ້ສຸກເສີນ, ງົບປະມານໃນການບໍລິຫານ ປະຕິບັດການຕອບໂຕ້ສຸກເສີນ ໂດຍສະເພາະແມ່ນນ້ຳມັນ, ເຂົ້າກິນຈຳນວນ 100 ໂຕນ, ອາຫານແຫ້ງ ເປັນຕົ້ນແມ່ນ ໝີ່ 1 ພັນແກັດ, ປາກະປ໋ອງ 1 ພັນແກັດ, ນ້ຳດື່ມ 1 ພັນແກັດ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນອນ, ເຄື່ອງນຸ່ງຫົ່ມ ແລະ ພາຫະນະລົດໃຫຍ່, ລົດກະບະ, ເຮືອ, ຍົນ ເພື່ອຂົນສົ່ງຊ່ວຍເຫລືອ ເຂົ້າໄປເມືອງກະລຶມ ແລະ ເມືອງດາກຈຶງ (ເມືອງທີ່ເສັ້ນທາງຕັດຂາດ); ແຂວງອັດຕະປື ຕ້ອງການໂຄມໄຟ 28 ໜ່ວຍ, ເສື້ອກັນຝົນ 210 ຜືນ, ເສື້ອຊູຊີບ 210 ຜືນ, ເຊືອກກູ້ໄພ 14 ກໍ້, ນໍ້າມັນເຮືອ (ແອັດຊັງ ແລະ ນ້ຳມັນອຸຕະລຸກ ປົນນ້ຳມັນເຮືອ), ໝໍ້ໄຟໃສ່ຈັກປັ່ນໄຟຟ້າ 4 ໜ່ວຍ ແລະ ເຄື່ອງອຸປະໂພກ-ບໍລິໂພກ.
|
ໃນວັນທີ 5 ກັນຍາ 2019 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕິ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບ ນ້ຳຖ້ວມຢູ່ແຂວງຈຳປາສັກ. (ພາບ: ຂປລ)
ວັນທີ 5 ກັນຍາ 2019, ທີ່ສໍານັກງານນາຍົກລັດຖະມົນຕີ; ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກປະຊຸມດ່ວນ ເພື່ອຮັບມື ແລະ ແກ້ໄຂໄພນໍ້າຖ້ວມທີ່ພວມເກີດຂຶ້ນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະແມ່ນ ການຊ່ວຍເຫລືອພີ່ນ້ອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນຢູ່ 6 ແຂວງ (ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ) ໂດຍທ່ານໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ແກ່ບັນດາແຂວງ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ຊີ້ນຳໃຫ້ບັນດາກະຊວງ ຮີບຮ້ອນຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ຈັດຕັ້ງກໍາລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນເຂົ້າຊ່ວຍເຫລືອປະຊາຊົນ ທີ່ກຳ ລັງປະສົບໄພນໍ້າຖ້ວມ ໃຫ້ທັນການ ແລະ ທົ່ວເຖິງ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫລືອໃຫ້ດີ ແລະ ແທດຕົວຈິງ ໂດຍມີການຈັດຕັ້ງແບ່ງງານກັນລະອຽດຈະແຈ້ງ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຕໍ່ວຽກງານປ້ອງກັນ ຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃນພາວະເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ; ໃຫ້ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນຈັດສັນງົບປະມານ ເພື່ອແກ້ໄຂໄພພິບັດຄັ້ງນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ແລະ ບາງເສັ້ນທາງທີ່ຖືກຕັດຂາດ ໃຫ້ສາມາດສັນຈອນໄປມາໄດ້, ພ້ອມກັນນັ້ນ ກໍໃຫ້ຊ່ວຍເຫລືອຜູ້ໂດຍສານ ທີ່ຍັງຄ້າງຢູ່ຕາມເຂດນ້ຳຖ້ວມ ໃຫ້ສາມາດໄປຮອດຈຸດໝາຍປາຍທາງ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ-ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດ ໄປຊ່ວຍເຫລືອປະຊາຊົນ ຕາມຈຸດເຕົ້າໂຮມຕ່າງໆ ຂອງແຂວງທີ່ໄດ້ຮັບຜົນກະທົບ.
ໃນວັນທີ 5 ກັນຍາ 2019 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕິ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບ ນ້ຳຖ້ວມຢູ່ແຂວງຈຳປາສັກ ໂດຍທ່ານໄດ້ຂີ່ເຮືອກວດກາ ເບິ່ງເຮືອນຊານບ້ານຊ່ອງແລະ ເນື້ອທີ່ການຜະລິດຂອງປະຊາຊົນ ຜູ້ປະສົບໄພນ້ຳຖ້ວມຢູ່ເຂດບ້ານແກ, ນະຄອນປາກເຊ, ພ້ອມທັງໄດ້ມອບເຂົ້າສານອາຫານແຫ້ງ ແລະ ນໍ້າດື່ມ ເພື່ອເປັນການບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນ 4 ບ້ານຄື: ບ້ານແກ,ແກ້ວສຳພັນ, ຫ້ວຍປູນ ແລະ ໂພນສະອາດ ຈຳ ນວນ 50 ຄອບຄົວ ທີ່ຢູ່ສູນພັກຊົ່ວຄາວ ໂຮງຮຽນມັດທະຍົມຕອນຕົ້ນແກ້ວສຳພັນ. ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເດີນທາງໄປຢ້ຽມຢາມ ຖາມຂ່າວຜູ້ປະສົບໄພນ້ຳຖ້ວມມ ແລະ ມອບເຄື່ອງຊ່ວຍເຫລືອ ແກ່ປະຊາຊົນຢູ່ເຂດອື່ນໆຕື່ມອີກ, ທັງນີ້ ກໍເພື່ອນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ ຂອງພັກ-ລັດຖະບານ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ໂດຍສະເພາະຕໍ່ຜູ້ປະສົບໄພນ້ຳຖ້ວມໃຫ້ມີກຳລັງໃຈ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຈົນກວ່າສະພາບຈະກັບເຂົ້າສູ່ປົກກະຕິ.
(ໄຊພອນ)