07:10 | 26/05/2022

ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ: ສົ່ງແຮງບັນດານໃຈຈາກສານຮັບໃຊ້ຊຸມຊົນ ແລະ ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ

ນັກກິລາ ໂງເຟືອງມາຍ ຄ້ວາໄດ້ຫຼຽນລາງວັນດວງທຳອິດໃຫ້ຄະນະນັກກິລາຫວຽດນາມ ໃນງານມະຫາກຳກິລາຊີເກມຄັ້ງທີ 31 ນັກກິລາ ໂງເຟືອງມາຍ ຄ້ວາໄດ້ຫຼຽນລາງວັນດວງທຳອິດໃຫ້ຄະນະນັກກິລາຫວຽດນາມ ໃນງານມະຫາກຳກິລາຊີເກມຄັ້ງທີ 31
ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ

ທີ່​ການ​ພົບ​ປະ, ພະນັກງານ ​ແລະ ຄູອາຈານ ມະຫາວິທະຍາໄລສ້າງຄູ-ມະຫາ ວິທະຍາໄລດ່ານັ້ງ ​ໄດ້​ແນະນຳ​ນະ​ໂຍບາຍຮັບສະໝັກສອບເສັງ​ເຂົ້າໂຮງ​ຮຽນ​​ໃນ​ປີ 2022; ໃຫ້ຄໍາປຶກສານັກຮຽນ ແລະ ພໍ່ແມ່ນັກຮຽນ ກ່ຽວກັບການເລືອກອາຊີບທີ່ ເໝາະສົມກັບຕົນເອງ; ໃຫ້ຄໍາປຶກສາທາງດ້ານຈິດໃຈກ່ຽວກັບລະດູການສອບເສັງ, ວິທີການສຶກສາທີ່ມີປະສິດທິຜົນ, ໂດຍສະເພາະໃນຍຸກດິຈິຕອນ...

ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ: ສົ່ງແຮງບັນດານໃຈຈາກສານຮັບໃຊ້ຊຸມຊົນ ແລະ ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ
ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ: ສົ່ງແຮງບັນດານໃຈຈາກສານຮັບໃຊ້ຊຸມຊົນ ແລະ ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ.

ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ຂອງ​ນັກ​ສຶກສາ​ພາຍຫຼັງ​ຮຽນ​ຈົບ, ​ໃນ​ຊຸມ​ປີຜ່ານມາ​, ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ ​ໄດ້​ມີ​ຄວາມ​ສົນ​ໃຈ​ຮ່ວມ​ມື​ກັບ​ບັນດາ​ຫົວໜ່ວຍ​ຮັບ​ສະໝັກງານ ​ແລະ ວິສາຫະ​ກິດ ​ເພື່ອ​ສ້າງ​ໂອກາດ​ຝຶກ​ງານ​ຕາມອາຊີບ​ໃຫ້​ນັກ​ສຶກສາ, ຮັບ​ນັກ​ສຶກສາ​ພາຍຫຼັງ​ຮຽນ​ຈົບ.

ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ: ສົ່ງແຮງບັນດານໃຈຈາກສານຮັບໃຊ້ຊຸມຊົນ ແລະ ດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ
ນັກຮຽນຕິດຕາມລາຍການສົ່ງແຮງບັນດານໃຈຂອງມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ.

ໂຮງຮຽນກໍ່ໄດ້ຈັດຕັ້ງການຮ່ວມສໍາພັນກໍ່ສ້າງກັບຮາກຖານສຶກສາ ເພື່ອເປີດກວ້າງ ສະພາບແວດລ້ອມການຝຶກງານໃຫ້ແກ່ນັກສຶກສາ ແລະ ຮັບນັກສຶກສາ ພາຍຫຼັງຮຽນຈົບ. ມະຫາວິທະຍາ​ໄລ​ກໍ່ໄດ້​ຮ່ວມ​ມື​ກັບ​ວິສາຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສ້າງ​ໂອກາດ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ນັກ​ສຶກສາ.

ກ່ຽວກັບກາລະໂອກາດຂອງນັກສຶກສາໄປຮຽນຢູ່ຕ່າງປະເທດ ເມື່ອຮຽນຢູ່ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ, ຕາມພະນັກງານ ໃຫ້ຄໍາປຶກສາແລ້ວ, ໂອກາດຂອງນັກສຶກສາແມ່ນໃຫຍ່ຫຼວງ ແລະ ມີຫຼາຍຊ່ອງທາງໃຫ້ເຂົາເຈົ້າຊອກຫາທຶນການສຶກສາ.

​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ ​ໄດ້​ປະກາດ​ໝາກຜົນ​ການ​ມອບ​ທຶນ​ສຶກສາ “ສົ່ງແຮງ ບັນດານໃຈ UED" ປີ 2022.

ບູນມີ

Link: https://huunghivietlao.thoidai.com.vn/detail-article-14327.html

In bài biết