15:15 | 29/08/2019

ລາວ-ກຳປູເຈຍ ເຫັນດີຖອນກຳລັງທະຫານຂອງຕົນ

ລາວ-ກຳປູເຈຍ ເຫັນດີຖອນກຳລັງທະຫານຂອງຕົນ

ລາວ-ກຳປູເຈຍ ເຫັນດີຖອນກຳລັງທະຫານຂອງຕົນ

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ຕົກ­ລົງ​ເປັນ​ເອ­ກະ​ພາບ​ໃນ​ບັນ­ຫາ​ສຳ­ຄັນ​ດັ່ງ­ນີ້: ສອງ​ຝ່າຍ​ເຫັນ​ດີ​ຖອນ​ກຳ­ລັງ​ທະ­ຫານ​ຂອງ​ຕົນ ອອກ​ຈາກ​ບໍ­ລິ­ເວນ​ໄຮ່​ເຂົ້າ​ຈຸດ​ພິ​ກັດ (E0523410N1579776) ກັບ​ຄືນ​ສູ່​ຈຸດ​ທີ່​ຕັ້ງ​ເດີມ​ຂອງ​ຕົນ ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຈັດ​ຕັ້ງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ເພື່ອ​ສັງ­ເກດ​ການ ແລະ ກວດ­ກາ​ການ​ຖອນ​ກຳ­ລັງ​ທະ ຫານ​ຂອງ​ທັງ​ສອງ​ຝ່າຍ ເຊິ່ງ​ກຳ­ນົດ​ເອົາ​ຝ່າຍ​ລະ 5 ຄົນ ແລະ ສອງ​ຝ່າຍ​ເຫັນ​ດີ​ກຳ­ນົດ​ເວ­ລາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ການ​ຖອນ​ກຳ­ລັງ​ທະ­ຫານ​ຂອງ​ຕົນ​ອອກ​ຈາກ​ຈຸດ​ດັ່ງ­ກ່າວ ເລີ່ມ​ແຕ່​ເວ­ລາ 8-11:00 ໂມງ ຂອງ​ວັນ​ທີ 29 ສິງ­ຫາ 2019 ໃຫ້​ສຳ­ເລັດ.

ການ​ຈັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ສອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລາວ ແລະ ກຳ­ປູ­ເຈຍ ເຊິ່ງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ດຳ­ເນີນ​ໄປ​ດ້ວຍ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ​ບົນ​ພື້ນ­ຖານ​ໄມ­ຕີ​ຈິດ​ມິດ­ຕະ­ພາບ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ­ໃຈ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີ ເພື່ອ​ສ້າງ​ໃຫ້​ຊາຍ​ແດນ​ສອງ​ປະ­ເທດ​ເປັນ​ຊາຍ​ແດນ​ແຫ່ງ​ສັນ­ຕິ­ພາບ ມິດ­ຕະ­ພາບ ແລະ ການ​ພັດ­ທະ­ນາ​ຢ່າງ​ແທ້​ຈິງ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1425.html

In bài biết