16:35 | 22/08/2019

ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ

ໃນຂະນະດຽວກັນ ມີພຽງແຕ່ 39,1% ຂອງເດັກນ້ອຍໄດ້ດູດນໍ້ານົມແມ່ ພາຍໃນຊົ່ວໂມງທຳອິດຫລັງເກີດ ແລະ ມີພຽງ 40,4% ຂອງເດັກນ້ອຍໄດ້ກິນນໍ້ານົມແມ່ພຽງຢ່າງດຽວຈົນເຖິງ 6 ເດືອນ, ກ່າວໂດຍ ທ່ານ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນກອງປະຊຸມເຜີຍແຜ່ຍຸດທະສາດການສື່ສານ ເພື່ອການປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມ ດ້ານໂພຊະນາການ ໃນວັນທີ 1 ສິງຫາ 2019 ທີ່ ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ.

ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ

ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ

ຍຸດທະສາດການສື່ສານເພື່ອການປ່ຽນແປງພຶດຕິກຳ ແລະ ຄວາມຊິນເຄີຍຂອງສັງຄົມ ດ້ານໂພຊະນາການ ໄດ້ສ້າງຂຶ້ນມາເພື່ອເພີ່ມຕື່ມໃສ່ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ, ເຊິ່ງມັນໄດ້ສະແດງໃຫ້ເຫັນຈຸດສຳຄັນ ເພື່ອກຳນົດວິທີການສື່ສານເພື່ອຈັດການບັນຫາ ແລະ ເນັ້ນຄວາມສຳຄັນຂອງສາເຫດການຂາດສານອາຫານໃນແມ່ຍິງ ແລະ ເດັກນ້ອຍ. ຍຸດທະສາດດັ່ງກ່າວນີ້, ມີຄວາມມຸ້ງຫວັງ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ນຳໃຊ້ ເພື່ອສະໜັບສະໜູນວາລະໂພຊະນາການແຫ່ງຊາດ. ພ້ອມນີ້, ຍັງມີຂໍ້ແນະນໃຫ້ທຸກພາກສ່ວນ ໂດຍມີເນື້ອໃນ ທີ່ສຳຄັນ ໃນການເນັ້ນໃສ່ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ, ໂພຊະນາການຂອງແມ່, ວຽກງານນໍ້າສະອາດ, ສຸຂະພິບານ ແລະ ສຸຂະອະນາໄມ, ມາດຕະການໂພຊະນາການທາງອ້ອມດ້ານກະສິກຳ ແລະ ກຸ່ມເປົ້າໝາຍຫລັກ, ກຸ່ມເປົ້າໝາຍສຳຮອງ ລວມທັງ ຊ່ອງທາງການສື່ສານ ແລະ ນະໂຍບາຍແຜນງານ.

ສະຖາບັນໂພຊະນາການແຫ່ງຊາດປະຈຳລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການ ພັດທະນາສາກົນສະຫະລັດອາເມລິກາ ຫລື USAID ແລະ ກະຊວງປ້ອງກັນປະເທດຂອງ ສ ອາເມລິກາ. ສະຖາບັນດັ່ງກ່າວ, ຈະເປັນສ່ວນໜຶ່ງທີ່ມີຄວາມສຳຄັນໃນການພັດທະນາ ແລະ ຈັດຕັ້ງປະຕິບັດ ວຽກງານໂພຊະນາການໃນຂອບເຂດທົ່ວປະເທດ. ພ້ອມ​ນີ້, ປະກອບມີແພດນຳໜ້າ, ຊ່ຽວຊານໂພຊະນາການ ແລະ ນັກວິໄຈ ທີ່ສຶກສາ ແລະ ຄົ້ນຄວ້າຫາວິທີໃໝ່ໆ ເພື່ອຊ່ວຍປ້ອງກັນ ແລະ ປິ່ນປົວພະຍາດການຂາດແຄນສານອາຫານ ແລະ ຊ່ວຍສົ່ງເສີມສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີກ່ວາໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ສະຖາບັນໂພຊະນາການແຫ່ງຊາດລາວ ສ້າງຂຶ້ນເພື່ອຊ່ວຍຫລຸດຜ່ອນພະຍາດການຂາດສານອາຫານໃນເດັກນ້ອຍລາວ 1/3 ຂອງເດັກນ້ອຍລາວ ແມ່ນມີຄວາມເຕ້ຍກ່ອນເກນອາຍຸ ເຊິ່ງເປັນສາເຫດມາຈາກ ການຂາດສານອາຫານ ທີ່ຕ້ອງການໃນການຈະເລີນເຕີບໂຕທີ່ສົມບູນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1414.html

In bài biết