09:32 | 19/08/2019

ກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X.

ກອງປະຊຸມໄດ້ຮັບຟັງມະ ຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ຊຶ່ງມີບົດລາຍງານ ແລະ ຄົ້ນຄວ້າ, ການປຶກ ສາຫາລືເນື້ອໃນສຳຄັນໃນບາງຂົງເຂດວຽກງານຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍມະຕິ ກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ການພັດທະນາຊົນນະບົດ,ການແບ່ງຂັ້ນຄຸ້ມຄອງ ໃນລະ ບົບອົງການບໍລິຫານງານລັດ, ການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ກ່ຽວກັບໂຄງຮ່າງລາຍງານການເມືອງຕໍ່ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ໄດ້ຜ່ານບົດລາຍງານການຊີ້ນຳ-ນຳພາຂອງອົງຄະນະພັກໃນທ້າຍ 5 ເດືອນ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ກອງປະຊຸມໄດ້ຮັບເອົາການປະກອບຄຳເຫັນຢ່າງເປັນເອກະພາບ ໃຫ້ການຮັບຮອງເອົາມະຕິຂອງ ກອງປະຊຸມຄົບຄະນະບໍລິຫານ ງານພັກເປີດກວ້າງ ຄັ້ງທີ 6 ສະ ໄໝທີ III ເພື່ອໄປຈັດຕັ້ງຜັນຂະ ຫຍາຍໃຫ້ປະກົດຜົນເປັນຈິງ. ໃນໂອກາດນີ້ທ່ານຍັງຍົກໃຫ້ເຫັນການຊີ້ນຳຂອງສະຫາຍເລຂາທິການໃຫຍ່ກ່ຽວກັບການດຳເນີນຄະດີໃຫ້ຄວາມຍຸຕິທຳຕາມຂະບວນການຍຸຕິທຳຢ່າງແທ້ຈິງ ແລະ ເພີ່ມທະວີວຽກງານການຊີ້ນຳ-ນຳພາຂອງພັກ, ປັບປຸງແຜນວິທີການເຮັດວຽກຂອງຄະນະພັກທຸກຂັ້ນຕໍ່ການດຳເນີນຄະດີໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳໃຫ້ມີຈັນຍາບັນຈັນຍາທຳຕາມລະບຽບກົດໝາຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1402.html

In bài biết