11:02 | 14/05/2022

ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31

ພິທີຊັກທຸງ SEA Games 31 ພິທີຊັກທຸງ SEA Games 31
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31
ພິ​ທີ​ປະ​ກາດ​ລາຍ​ການ​ທ່ອງ​ທ່ຽວ​ສີ​ຂຽວ (ພາບ: hanoimoi.com.vn)

ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ ດົ່ງ​ຊວນ ​ໄດ້​ແນະນຳ​ໂຄງການ “ທ່ອງ​ທ່ຽວສີ​ຂຽວ ໃນ​ເມືອງ​ສີຂຽວ ດ້ວຍ​ພາ​ຫະ​ນະ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ” ​ເພື່ອ​ຕ້ອນຮັບ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31, ​ໂຄງການ​ດັ່ງກ່າວ​ໄດ້​ເປີດ 3 tour ທ່ອງທ່ຽວ​ໃໝ່​ເພື່ອ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ ​ແລະ ທ່ອງ​ທ່ຽວ, ຄົ້ນຫາວັດ​ທະ​ນະ​ທໍາ, ມໍ​ລະ​ດົກ ແລະ ເມືອງ​ເກົ່າຂອງ ຮ່າ​ໂນ້ຍ​ໂດຍ​ລົດ​ໄຟຟ້າ.

ເສັ້ນ​ທາງສາຍ 1 - ຄົ້ນ​ຫາ​ຕົວ​ເມືອງ​ເກົ່າ​ມີ​ໄລຍະ​ທາງ 7 ກິ​ໂລ​ແມັດ, ​ເວລາທັດສະນະ ​ແຕ່ 35 – 40 ນາທີ, ຜ່ານ​ຖະໜົນ​ການ​ຄ້າ, ຖະໜົນ​ຫັດຖະກຳ, ຖະໜົນ​ອາຫານ ​ແລະ ບັນດາ​ຮ່ອງຮອຍປະຫວັດສາດທາງວັດທະນະ​ທຳ - ​ປະຫວັດສາດການປະຕິວັດ, ບັນດາ​ສະຖາປັດຕະຍະກຳ​ທີ່​ມີ​ຄຸນຄ່າ​ຂອງ​ຮ່າ​ໂນ້ຍ. ​ເສັ້ນທາງ​ທ່ອງ​ທ່ຽວສາຍ 2 ​ແລະ 3 ໄດ້ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊົມ​ບັນດາກິດຈະກຳ​ວັດທະນະທຳ ​ແລະ ສະຖາປັດຕະຍະ​ກຳ “​ເຂດຖະໜົນ​ຝຣັ່ງ” ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ ​ແລະ ສະຖານ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ ທີ່​ຕັ້ງ​ຢູ່​ເມືອງ ຮ່ວານ​ກ໋ຽມ. ເສັ້ນທາງຂອງທັງສອງສາຍແມ່ນເທົ່າກັບເສັ້ນທາງທໍາອິດ, ເກືອບ 7 ກິໂລແມັດ ແລະ ໃຊ້ເວລາການທັດສະນະ 40 ນາທີ/ສາຍ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-14019.html

In bài biết