11:03 | 14/05/2022

SEA Games 31: ເພີ່ມທະວີຄວາມສາມັກຄີ ແລະ ມິດຕະພາບ ໂດຍຜ່ານກິລາ

ພິທີຊັກທຸງ SEA Games 31 ພິທີຊັກທຸງ SEA Games 31
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
SEA Games 31: ເພີ່ມທະວີຄວາມສາມັກຄີ ແລະ ມິດຕະພາບ ໂດຍຜ່ານກິລາ
ພາບ​ປະ​ກອບ: baotintuc.vn

ກອງ​ປະຊຸມໃຫຍ່​ສະຫະພັນ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAGF) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ, ປະທານ​ຄະນະ​ກຳມະການ​ໂອ​ແລມປິກ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ຄັ້ງ​ທີ 31 (SEA Games 31), ​ເນັ້ນ​ໜັກ​ວ່າ SEA Games ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການກິລາ​ເທົ່າ​ນັ້ນ, ​ແຕ່​ສຳຄັນ​ກວ່າ​ນັ້ນແມ່ນ ຜ່ານເຫດການ​ນັ້ນ, ພວກ​ເຮົາ​ໄດ້​ຮ່ຳຮຽນ​, ສະ​ສົມ​ປະ​ສົບ​ການ, ຝຶກ​ຝົນ​ຄວາມ​ສາມາດ ​ແລະ ຈິດ​ໃຈ​ການແຂ່ງຂັນ​ເພື່ອ​ຈາກ​ສະໜາມ​ກິລາ​ພາກ​ພື້ນ​ນີ້ ມຸ່ງ​ໄປເຖິງ​ງານມະ​ຫາ​ກຳ​ລິ​ກາ​ກິລາ ອາ​ຊີ ແລະ ​ໂອ​ແລມປິກ​​ສາກົນ. ຜ່ານ​ກິລາ, ບັນດາ​ປະ​ເທດໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຍາມ​ໃດ​ກໍ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ພັດທະນາ, ຈາກ​ກິລາ​ ກໍໄດ້ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ປະຊາຊົນ​ບັນດາ​ປະເທດ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວ​ກັບ​ການຍົກສູງ​ບົດບາດ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ກິລາ; ພິຈາລະນາ​ກຳນົດ​ເວລາ​ກວດກາ​ສານ dopping… ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ SEA Games 32 ຢູ່​ກຳປູ​ເຈຍ ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ກະກຽມ ​ແລະ ການຈັດ​ຕັ້ງ​ SEA Games 32.

Link: https://huunghivietlao.thoidai.com.vn/detail-article-14016.html

In bài biết