11:28 | 20/08/2019

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ກ່າວ​ວ່າ ວັນ​ທີ 23 ສິງ­ຫາ ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ທາງ​ປະ­ຫວັດ­ສາດ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ເວົ້າ​ສະ­ເພາະ​ຊາວ ນວ ແມ່ນ​ໝາກ­ຜົນ​ການ​ຕໍ່­ສູ້​ຍືດ​ເຍື້ອ​ຍາວ​ນານ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ພາຍ​ໃຕ້​ການ​ນຳ­ພາ​ອັນ​ປີ​ຊາ​ສາ­ມາດ​ຂອງ​ບັນ­ພະ­ບຸ­ລຸດ ຫຼື ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ 23 ສິງ­ຫາ 1975 ແມ່ນ​ວັນ​ທີ່​ຊາວ ນວ ຫຼາຍ​ໝື່ນ​ຄົນ ໂຮມ​ຊຸມ­ນຸມ​ໃຫຍ່​ປະ­ກາດ​ສ້າງ­ຕັ້ງ​ອຳ­ນາດ​ການ​ປົກ­ຄອງ​ປະ­ຕິ­ວັດ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ແມ່ນ​ຄວາມ​ອົງ­ອາດ​ກ້າ­ຫານ​ຂອງ​ຄົນ ນວ ແມ່ນ​ການ​ຍາດ​ເອົາ​ອຳ­ນາດ​ການ​ປົກ­ຄອງ ມາ­ສູ່​ກຳ­ມື​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ທົ່ວ​ທັງ​ຊາດ ເມື່ອ​ຍາດ​ໄດ້​ເອ­ກະ­ລາດ​ມາ­ສູ່​ກຳ­ມື​ແລ້ວ​ຕະ­ຫຼອດ​ໄລ­ຍະ 44 ປີ ຄະ­ນະ​ບໍ­ລິ­ຫານ​ພັກ ນວ ແຕ່​ລະ­ສະ​ໄໝ ຊາວ ນວ ກໍ​ໄດ້​ຢືນ​ຄຽງ​ຂ້າງ​ພັກ​ໃນ​ການ​ພັດ­ທະ­ນາ ນວ ເຮັດ​ໃຫ້ ນວ ໄດ້​ຮັບ​ການ​ພັດ­ທະ­ນາ​ຫຼາຍ​ດ້ານ ກາຍ­ເປັນ​ໃຈ­ກາງ​ດ້ານ​ການ­ເມືອງ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ການ​ຕ່າງ­ປະ­ເທດ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ດີ​ຂຶ້ນ​ລື່ນ​ເມື່ອ​ກ່ອນ​ຫຼາຍ​ເທົ່າ.

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະເຫຼີມສະຫຼອງ 2 ວັນປະຫວັດສາດ. (ພາບ: vientianemai.net)

ສະ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ຊາວ ນວ ທຸກ​ຖ້ວນ​ໜ້າ ຈົ່ງ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ 23 ສິງ­ຫາ ວັນ​ຢຶດ​ອຳ­ນາດ​ຂອງ​ຊາວ ນວ ໃຫ້​ແຂງ­ແຮງ ແລະ ສູງ​ຂຶ້ນ ບົນ​ພື້ນ­ຖານ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ ນ້ຳ­ໃຈ​ພິ­ລາດ​ອາດ​ຫານ ເດັດ­ດ່ຽວ​ໜຽວ​ແໜ້ນ ໂດຍ​ເສີມ​ຂະ­ຫຍາຍ 4 ມູນ­ເຊື້ອ​ຂອງ ນວ ຄື: ມູນ­ເຊື້ອ​ພິ­ລາດ​ອາດ​ຫານ ມູນ­ເຊື້ອ​ສາ­ມັກ­ຄີ​ປອງ​ດອງ ມູນ­ເຊື້ອ​ຮັກ​ຊາດ ຮັກ ນວ ມູນ­ເຊື້ອ​ຄວາມ​ສີ­ວິ­ໄລ ແລະ ຄວາມ​ກ້າວ­ໜ້າ.

(ແຫຼ່ງ​ຂໍ້​ມູນ​: vientianemai)

Link: https://huunghivietlao.thoidai.com.vn/detail-article-1398.html

In bài biết