09:23 | 04/05/2022

ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ຢ້ຽມຢາມເຢຍລະມັນ

ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ
ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ ສະມາຄົມພຸດທະສາສະໜາ ຫວຽດນາມ ໜູນຊ່ວຍອົງການພຸດທະສາສະໜາສຳພັນລາວ ຜ່ານຜ່າຄວາມຫຍຸ້ງຍາກ

ພະສັງຄະນາຍົກ ທິກຖໍລາກ ໃຫ້ຮູ້ວ່າ: ການໄປປະຕິບັດສາດສະໜາກິດຢູ່ ເຢຍລະມັນ ດ້ວຍຈຸດປະສົງຕົ້ນຕໍແມ່ນ ເຂົ້າຮ່ວມພິທີວາງສີລາເລີກ ແລະ ເລີ່ມກໍ່ສ້າງວັດຢູ່ Erfurt; ພິທີກຳອັນເຊີນສິ່ງສັກສິດ ແລະ ພາວະນາເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ; ການຈັດຕັ້ງບັນດາການບັນຍາຍທາງພຸດທະສາສະໜາສຳລັບພຸດທະສາສະນິກກະຊົນ, ຈັດຕັ້ງກິດຈະກຳການກຸສົນ ແລະ ຢ້ຽມຢາມບັນດາຍາດຕິພີ່ນ້ອງທີ່ມາຈາກ ຢູແກຼນ ເພື່ອຫຼົບໄພ. ໃນໄລຍະຈະມາເຖິງ, ສູນກາງອົງການພຸດທະສາສະ ໜາຫວຽດນາມ ຈະພິຈາລະນາແຕ່ງຕັ້ງເຈົ້າອາວາດວັດ ໄປປະຕິບັດສາດສະໜາກິດຢູ່ວັດ Erfurt.

ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ຢ້ຽມຢາມເຢຍລະມັນ
ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ຢ້ຽມຢາມເຢຍລະມັນ. (ພາບ: TTXVN)

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ວູກວາງມິງ ປາດ​ຖະໜາ​ວ່າ ຈິດ​ໃຈ​ພຸດທະ​ສາສະໜາ ຫວຽດນາມ ຢູ່ ​ເຢຍລະ​ມັນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ບຳລຸງ​ສ້າງ, ​ເຕີບ​ໂຕ, ​ອາດຈະພົບພໍ້ກັນ ​ໃນ​ການ​ຈັດຕັ້ງລວມ​ທີ່​ຕາງໜ້າ​ໃຫ້​ພຸດທະ​ສາສະໜາ ຫວຽດນາມ ​ເພື່ອ​ແນ​ໃສ່​ເບິ່ງແຍງດູແລຊີວິດ​ທາງ​ດ້ານ​ສາສະໜາ​ໃຫ້​ແກ່​​ພຸດທະສາສະນິກກະຊົນ. ຄຽງ​ຂ້າງ​ນັ້ນ, ກໍ​ສາມາດ​ຜັນ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອົງການ​ພຸດທະ​ສາສະໜາ​ເຢຍລະ​ມັນ (DBU) ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ ​ແລະ ​ເພີ່ມ​ທະວີ​ນ້ຳ​ໃຈ​ພຸດທະ​ສາສະໜາ​ຫວຽດນາມ ຢູ່​ເຢຍລະ​ມັນ ​ແລະ ​ເອີ​ລົບ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13935.html

In bài biết