11:15 | 17/08/2019

ຊາວໜຸ່ມເປັນກຳລັງແຮງ ໃນການພັດທະນາປະເທດຊາດ

ຊາວໜຸ່ມເປັນກຳລັງແຮງ ໃນການພັດທະນາປະເທດຊາດ

ຊາວໜຸ່ມເປັນກຳລັງແຮງ ໃນການພັດທະນາປະເທດຊາດ

ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ກ່າວ​ວ່າ: ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ໄວ​ໜຸ່ມ​ສາ­ກົນ ຄົບ­ຮອບ 20 ປີ ໂດຍ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ໄວ​ໜຸ່ມ​ໄດ້​ເປີດ​ກວ້າງ​ໃນ​ການ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ ກ້າ​ສະ­ແດງ​ຄວາມ​ຄິດ ຄວາມ​ສາ­ມາດ​ອອກ​ມາ​ໄດ້​ເຕັມ­ທີ່ ແລະ ທັກ​ສະ​ຂອງ​ຊາວ​ໜຸ່ມ​ລາວ ນອກ­ຈາກ​ນັ້ນ ຍັງ​ເປັນ​ການ​ສ່ອງ​ແສງ​ເຖິງ​ການ​ເອົາ­ໃຈ­ໃສ່​ຂອງ​ພັກ ແລະ ລັດ­ຖະ­ບານ​ໃນ​ການ​ສົ່ງ­ເສີມ​ຊາວ​ໜຸ່ມ​ໃຫ້​ເຂົ້າ​ເຖິງ​ການ​ສຶກ​ສາ ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ ການ​ມີ​ສ່ວນ​ຮ່ວມ ເຊິ່ງ​ຍາມ​ໃດ​ກໍ​ເຫັນ​ຄວາມ​ໝາຍ​ສຳ­ຄັນ​ຂອງ​ຊາວ​ໜຸ່ມ​ທີ່​ເປັນ​ກຳ­ລັງ​ແຮງ ແລະ ມີ​ບົດ­ບາດ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ໂດຍ​ສະ­ເພາະ ຊາວ​ໜຸ່ມ​ໃນ​ໄລ­ຍະ​ໃໝ່ ຍິ່ງ​ມີ​ບົດ­ບາດ​ຢູ່​ໃນ​ຂະ​ບວນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ–ສັງ­ຄົມ ໃນ​ນາມ​ຕາງ­ໜ້າ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ແລະ ຊາວ​ໜຸ່ມ​ທົ່ວ​ປະ­ເທດ​ຂໍ​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ​ຂອງ​ພັກ ແລະ ລັດ­ຖະ­ບານ ທີ່​ຍາມ​ໃດ​ກໍ​ເອົາ­ໃຈ­ໃສ່​ໃນ​ການ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ຊາວ ໜຸ່ມ​ຢູ່​ສະ­ເໝີ​ໃຫ້​ກາຍ­ເປັນ​ຜູ້​ສືບ​ທອດ​ທີ່​ມີ​ຄຸນ​ນະ​ພາບ.

ທ່ານ​ນາງ Mariam A. Khan ໄດ້​ກ່າວ​ວ່າ: ນັບ​ແຕ່​ປີ 1994 ເປັນ­ຕົ້ນ​ມາ ລັດ­ຖະ­ບານ ສປປ ລາວ ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ໃນ​ກອງ​ປະ­ຊຸມ​ສາ­ກົນ ວ່າ​ດ້ວຍ​ປະ­ຊາ­ກອນ ແລະ ການ​ພັດ­ທະ­ນາ ( ICPD ) ໃນ​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ເຍົາ­ວະ​ຊົນ ແລະ ໄວ​ໜຸ່ມ ໂດຍ​ສະ­ເພາະ ໄວ​ໜຸ່ມ​ຍິງ​ໃຫ້​ເຂົ້າ​ເຖິງ​ການ​ສຶກ​ສາ ສາ­ທາ­ລະ­ນະ​ສຸກ ການ​ໃຫ້​ຄຳ​ປຶກ­ສາ​ໄວ​ຈະ­ເລີນ​ພັນ ແລະ ການ​ບໍ­ລິ­ການ​ສຸ­ຂະ­ພາບ​ທີ່​ດີ ຜ່ານ​ມາ 25 ປີ ວຽກ​ງານ​ດັ່ງ­ກ່າວ​ໄດ້​ມີ​ຄວາມ​ກ້າວ­ໜ້າ​ຫຼວງ­ຫຼາຍ ຜ່ານ​ວຽກ​ງານ​ລັດ­ຖະ­ບານ ການ​ຮ່ວມ​ມື ແລະ ສະ­ໜັບ­ສະ­ໜູນ​ຈາກ​ຫຼາຍ​ພາກ­ສ່ວນ ແຕ່​ກໍ​ຍັງ​ບໍ່​ສາ­ມາດ​ເຮັດ​ໃຫ້​ເຂົ້າ​ເຖິງ​ໄດ້​ທຸກ​ຄົນ ສະ­ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່ ແລະ ເນັ້ນ​ໜັກ​ກັບ​ວຽກ​ງານ​ໄວ​ໜຸ່ມ​ໃຫ້​ເຂັ້ມ­ແຂງ ເພື່ອ​ຊ່ວຍ​ໃຫ້​ວຽກ​ງານ​ບັນ­ລຸ​ຕາມ​ເປົ້າ​ໝາຍ ອົງ­ການ UNFPA ໄດ້​ເຜີຍ­ແຜ່​ຍຸດ​ທະ​ສາດ​ໃໝ່​ສຳ­ລັບ​ໄວ​ໜຸ່ມ​ທີ່​ມີ​ຊື່­ວ່າ: “ຮ່າງ­ກາຍ​ຂອງ​ຂ້ອຍ ຊີ­ວິດ​ຂອງ​ຂ້ອຍ ໂລກ​ຂອງ​ຂ້ອຍ”.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1377.html

In bài biết