07:30 | 13/04/2022

ຫຼາຍການເຄື່ອນໄຫວລະດົມກຳລັງໃຈ, ສົ່ງເສີມວັດທະນະທໍາການອ່ານຢູ່ຖະໜົນປຶ້ມນະຄອນໂຮ່ຈີມິນ

ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ລາວ ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ລາວ
ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ
ພາບປະກອບຈາກ: hcmcpv.org.vn.
ພາບປະກອບຈາກ: hcmcpv.org.vn.

ທີ່ຖະໜົນປຶ້ມນະຄອນຈະແນະນໍາຕູ້ປຶ້ມ “ຮໍ່າຮຽນ ແລະເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”, ວາງສະແດງປຶ້ມເກືອບ 700 ຫົວໃນໂຄງການ “ລາຍການປຶ້ມໜູນຊ່ວຍການຮຽນ-ການສອນຂັ້ນປະຖົມ”, ທອັບປຶ້ມ 100 ເຫຼັ້ມທີ່ຄວນມີຢູ່ໃນຕູ້ປຶ້ມວິສາຫະກິດ ແລະປຶ້ມໂດຍນັກທຸລະກິດຫວຽດນາມ ຂຽນ... ພ້ອມທັງເປີດຕົວ ແລະແນະນໍາບັນດາຫົວຂໍ້ປຶ້ມໃນ “ຕູ້ປຶ້ມໃຫ້ລູກພາຍໃນຄອບຄົວ” ພ້ອມກັບການລະຫຼີ້ນວັດທະນະທໍາພື້ນເມືອງ, ໂອ້ລົມກັບເພື່ອນຜູ້ອ່ານທີ່ເປັນເດັກນ້ອຍ.

ເພື່ອນຜູ້ອ່ານຍັງໄດ້ຮູ້ເຖິງຈັກຂາຍປຶ້ມອັດຕະໂນມັດ, ປຶ້ມອ່ານ, ປຶ້ມເອເລັກໂຕນິກ... ໃນໄລຍະນີ້, ຢູ່ຖະໜົນປຶ້ມຍັງດໍາເນີນຫຼາຍລາຍການພົບປະແລກປ່ຽນ, ແນະນໍາປຶ້ມ, ການໂອ້ລົມສົນທະນາວັດທະນະທໍາການອ່ານ ແລະຄໍ່າຄືນແລກປ່ຽນ, ສະແດງດົນຕີ, ບົດເພງຮູບເງົາທີ່ມີເນື້ອໃນຈາກປຶ້ມ.

Link: https://huunghivietlao.thoidai.com.vn/detail-article-13720.html

In bài biết