ສື່ອອນລາຍຈຳນວນຫລາຍ ຍັງບໍ່ທັນໄດ້ລົງທະບຽນໃຫ້ຖືກຕ້ອງຕາມກົດໝາຍ
![]() |
ພາບປະກອບ.
ຕໍ່ກັບປັນຫາດັ່ງກ່າວ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮຽກຮ້ອງມາ ຍັງທຸກພາກສ່ວນທີ່ ຍັງບໍ່ທັນໄດ້ລົງທະບຽນ ໃຫ້ຮີບຮ້ອນ ໄປລົງທະບຽນໃຫ້ຖືກຕ້ອງໂດຍໄວ ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານຂອງຕົນສອດຄ່ອງ ກັບກົດໝາຍ ແລະ ລະບຽບການຕ່າງໆ. ມາຮອດປັດຈຸບັນ ບັນດາເວັບໄຊ, ເວບເພຈ ຫລື ສື່ອອນລາຍປະເພດຕ່າງໆ ທີ່ເຄື່ອນໄຫວຢູ່ ສປປ ລາວ ທີ່ໄດ້ລົງທະບຽນນໍາກົມ ສື່ມວນຊົນແລ້ວນັ້ນ ສ່ວນໃຫຍ່ ແມ່ນຂຶ້ນກັບພາກລັດ ແລະ ເພຈທົ່ວໄປອີກຈໍານວນໜຶ່ງ ເຊັ່ນ Mual.la ແລະ Una Studio.
ໃນຂະນະດຽວກັນ, ຍັງມີບັນດາເພຈອື່ນໆ ທີ່ມີຊື່ສຽງ ແລະ ກຳລັງໄດ້ຮັບຄວາມນິຍົມ ຈາກສັງຄົມເຊັ່ນ: ໂທລະໂຄ່ງ THOLAKHONG, ມວນຊົນລາວ Support, Lao Update ແລະ ອື່ນໆອີກຈຳ ນວນໜຶ່ງ ແມ່ນຍັງບໍ່ທັນໄດ້ໄປ ລົງທະບຽນໃຫ້ຖືກຕ້ອງເທື່ອ ແລະ ຍັງຖືເບົາຕໍ່ແຈ້ງ ການສະບັບດັ່ງກາວ. ພ້ອມດຽວກັນນັ້ນ, ກໍຍັງບໍ່ທັນເຂົ້າໃຈແຈ້ງວ່າ ການລົງທະບຽນຢ່າງຖືກຕ້ອງນັ້ນ ແມ່ນເຮັດເພື່ອຮັບປະກັນ ຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງ, ທັງເປັນການ ຮັບປະກັນ ຄວາມຖືກຕ້ອງດ້ານຂໍ້ມູນຂ່າວສານ ທີ່ນຳສະເໜີອອກໄປ ແລະ ເປັນການປົກປ້ອງຊັບສິນ ທາງປັນຍາຂອງຕົນເອງຕື່ມອີກ. ແນວໃດກໍດີ, ເພື່ອສົ່ງເສີມ ພາລະບົດບາດ ຂອງສື່ມວນຊົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ດ້ານສື່ມວນຊົນ ກໍຄື ການນໍາສະເໜີຂໍ້ມູນ ຂ່າວສານທີ່ບໍ່ເປັນຄວາມຈິງ ຊຶ່ງປະກົດມີໃນ ໄລຍະຜ່ານມາ.
ທ່ານ ປິ່ນປາດຖະໜາ ພັນທະມາລີ ກໍໄດ້ຮຽກຮ້ອງມາຍັງບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ເຄື່ອນໄຫວ ວຽກງານສື່ມວນຊົນ ທີ່ບໍ່ຖືກຕ້ອງຕາມ ກົດໝາຍນັ້ນ ຈົ່ງໃຫ້ຮີບຮ້ອນມາສະເໜີ ຂໍອະນຸຍາດເຄື່ອນໄຫວຢ່າງຖືກຕ້ອງ ຢູ່ກົມສື່ມວນຊົນ, ສ່ວນບັນດາບຸກຄົນ ແລະ ການຈັດຕັ້ງທີ່ຢູ່ທ້ອງຖິ່ນນັ້ນ ກໍໃຫ້ເຂົ້າໄປພົວພັນກັບ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງທີ່ຕົນເອງຂຶ້ນກັບ.
(ແຫຼ່ງຂໍ້ມູນ: ຂປລ)