00:00 | 18/08/2023

ສະຖານທູດລາວ ປະຈໍາ ຫວຽດນາມ ແລະ ວາລະສານຍຸກສະໄໝ ເຊັນຂໍ້ຕົກລົງຮ່ວມມືສື່ມວນຊົນໃນປີ 2022

ທ່ານຫົວໜ້າບັນນາທິການໃຫຍ່ວາລະສານຍຸກສະໄໝ ເລກວາງທ້ຽນ ໃຫ້ຮູ້ວ່າ: ໂຄງການສື່ສານລວມມີ: ພິມຈຳໜ່າຍວາລະສານພິເສດສອງພາສາຫວຽດນາມ-ລາວ; ເປີດ​ຄໍ​ລຳ (banner) ​ພິ​ເສດ ເຜີຍ​ແຜ່​ການ​ພົວ​ພັນ​ຫວຽດ​ນາມ - ລາວ ໃນ 6 ໜ້າເວັບໄຊ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ວາ​ລະ​ສານ; ຈັດຕັ້ງການ ປະກວດສຳລັບຜູ້ທີ່ເປັນພະຍານ, ພະນັກງານ, ນັກຮົບ… ສອງປະເທດທີ່ໄດ້ເຂົ້າຮ່ວມການຮ່ວມມື, ຜູກພັນໃນການຕໍ່ສູ້, ອອກແຮງງານ ແລະ ຮ່ຳຮຽນຢູ່ 2 ປະເທດ ເພື່ອຂຽນ, ເລົ່າເລື່ອງກ່ຽວກັບວັດຖຸພັນ ແລະ ຄວາມຊົງຈຳຂອງຕົນ; ເວທີປາໄສ/ການປະກວດມີ ຫົວຂໍ້ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ”; ຜະລິດວິດີໂອສາລະຄະດີ; ຈັດຕັ້ງການພົບປະແລກປ່ຽນສິລະປະ... ຄາດ​ວ່າ​ຈະ​ຈັດ​ຕັ້ງ​ການ​ຖ່າຍ​ທອດ​ສົດ​ໃນ​ລາຍ​ການ “60 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ລາວ: ສາຍພູຫຼວງ - ສອງເຄິ່ງຫົວ​ໃຈ” ໃນ​ຊ່ອງ VTV ຫຼື VTC.

ທ່ານ ເລກວາງທ້ຽນ ສະເໜີສະຖານທູດ​ລາວ ປະຈຳ ຫວຽດນາມ ສົມທົບ​ກັນໂຄສະນາເຜີຍແຜ່​ບັນດາ​ການ​ເຄື່ອນ​ໄຫວ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະກວດ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ” ​ເຖິງ​ປະຊາຊົນ​ລາວທຸກ​ຊັ້ນ​ວັນນະ​; ໜູນຊ່ວຍນັກຂ່າວ ວາລະສານຍຸກສະໄໝ ປະຕິບັດງານຢູ່ລາວ.

ທ່ານ​​ອັກຄະ​ລັດຖະທູດ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ ​ແລະ ບົດບາດ​ຂອງວາລະສານຍຸກສະໄໝ ​ໃນ​ການ​ຊຸກຍູ້​ການ​ພົວພັນຫວຽດນາມ - ລາວ; ຢືນຢັນ​ວ່າ ສະຖານທູດ ລາວ ປະຈຳ ຫວຽດນາມ ຈະ​ເປັນ​ຫົວໜ່ວຍ​ໃຫ້​ຄຳ​ປຶກສາ ​ແລະ ສົມທົບ​ກັນ​ຜະລິດວາລະສານ​ພິ​ເສດ​ສອງ​ພາສາ ຫວຽດນາມ - ລາວ, ​ເຂົ້າ​ຮ່ວມ​ຄະນະ​ຈັດ​ຕັ້ງ ​ແລະ ຄະນະ​ກຳມະການການ​ປະ​ກວດ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ”. ສະຖານທູດຈະປຸກລະດົມການ​ປະ​ກວດ “ໃຫ້ຂອງທີ່ລະລຶກເລົ່າເລື່ອງ” ​ເຖິງ​ບັນດາ​ຫົວໜ່ວຍ, ອົງການຈັດຕັ້ງ ​ແລະ ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ ​ແລະ ປະຊາ​ຄົມ​ຊາວ​ລາວ ​ຢູ່ ຫວຽດນາມ.

ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຈັນທະ​ພອນ ​ຄຳ​ມະນີ​ຈັນ ​ເນັ້ນ​ໜັກ​ວ່າ: “ສະຖານທູດ​ລາວ ປະຈຳ ຫວຽດນາມ ຈະ​ສົມທົບ​ກັບວາລະສານຍຸກສະໄໝ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ລະຫວ່າງ 2 ຝ່າຍ​ໃນ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”.

ທ່ານ​​ອັກຄະ​ລັດຖະທູດ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ ຫວັງ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ​ແທດ​ຈິງ​ຈະ​ສ້າງ​ຂີດ​ໝາຍ​ໃນ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ປີ 2022.

ເນື່ອງ​ໃນ​ໂອ​ກາດ​ບຸນປີໃໝ່ລາວ 2022, ທ່ານຫົວໜ້າບັນນາທິການໃຫຍ່ວາລະສານ ຍຸກສະໄໝ ເລກວາງທ້ຽນ ​ໄດ້​ມອບ​ຂອງຂວັນ ​ແລະ ອວຍພອນ​ໄຊ​ອັນ​ປະເສີດ​ເຖິງ​ທ່ານ​​ອັກຄະ​ລັດຖະທູດ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ ພ້ອມ​ທັງ​ພະນັກງານ, ພາລະ​ກອນ​ສະຖານທູດລາວ ປະຈຳ​ຫວຽດນາມ ​ແລະ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-13663.html

In bài biết