10:42 | 12/08/2019

ເຈົ້າຄອງນະຄອນຫຼວງ ຕ້ອນຮັບເລຂາທິການໃຫຍ່ TPO

ເຈົ້າຄອງນະຄອນຫຼວງ ຕ້ອນຮັບເລຂາທິການໃຫຍ່ TPO

ເຈົ້າຄອງນະຄອນຫຼວງ ຕ້ອນຮັບເລຂາທິການໃຫຍ່ TPO

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ໄດ້​ກ່າວ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ມາ​ຢ້ຽມ­ຢາມ​ຂອງ ທ່ານ ຄິມ ໂຊ​ອິວ ໃນ​ຄັ້ງ​ນີ້ ທີ່​ມີ​ຈຸດ­ປະ­ສົງ​ຊຸກ­ຍູ້​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ເປັນ​ສະ­ມາ­ຊິກ TPO ແລະ ເຊື້ອ​ເຊີນ​ເອົາ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄັ້ງ​ທີ 9 ຂອງ​ອົງ­ການ​ດັ່ງ­ກ່າວ ທີ່ ປູ​ຊານ ສ.ເກົາ­ຫຼີ.

ທ່ານ ຄິມ ໂຊ ອິວ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ຂອງ​ທ່ານ​ເຈົ້າ​ຄອງ ພ້ອມ​ທັງ​ໄດ້​ລາຍ​ງານ​ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ​ອົງ­ການ TPO ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2002 ມີ 111 ນະ­ຄອນ​ເຂົ້າ​ຮ່ວມ​ເປັນ​ສະ­ມາ­ຊິກ ແລະ ຢືນ­ຢັນ​ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ເປັນ​ສະ­ມາ­ຊິກ​ຂອງ​ອົງ­ການ​ດັ່ງ­ກ່າວ ເພາະ​ຈະ​ສາ­ມາດ​ຍົກ​ລະ­ດັບ​ຂະ­ແໜງ​ການ­ທ່ອງ­ທ່ຽວ​ຂອງ ນວ ເພີ່ມ​ສູງ​ຂຶ້ນ​ໄດ້​ມີ​ລະ­ດັບ​ໜຶ່ງ ແລະ ເປັນ​ການ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຈາກ​ນະ­ຄອນ​ທີ່​ເປັນ​ສະ­ມາ­ຊິກ​ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື ສປປ ລາວ ໃຫ້​ຫຼາຍ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1366.html

In bài biết