20:09 | 05/04/2022

ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ
ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ  ສປປ ລາວ ເພື່ອຮັດແໜ້ນການຮ່ວມມື ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ສອງ​ຝ່າຍ​ໄດ້​ລາຍ​ງານ​ຕໍ່​ກັນ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ແລກ​ປ່ຽນ​ປະ​ສົບ​ການ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ທ້ອງ​ຖິ່ນ. ນີ້​ເປັນ​ໂອ​ກາດ​ທີ່​ສອງ​ແຂວງ​ໄດ້​ພົບ​ປະ ແລະ ຕີ​ລາ​ຄາ​ສະ​ພາບ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ບັນ​ດາ​ຂົງ​ເຂດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ທັງ​ສອງ​ຝ່າຍ​ໄດ້​ເຊັນ​ໃນ​ເດືອນພຶດ​ສະ​ພາ 2014; ບົດ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ກາ​ເມົ່າ ແລະ ພະ​ແນກ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລ​ະ ທ່ອງ​ທ່ຽວ​ແຂວງ​ຄຳ​ມ່ວນ ໄດ້​ເຊັນ​ໃນ​ເດືອນມີ​ນາ 2018.

ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ)
ການນຳແຂວງກາເມົ່າ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ສົງການທີ່ແຂວງຄຳມ່ວນ (ລາວ). ພາບ: camau.gov.vn

ທ່ານ ໂຮ່​ຈຸງ​ຫວຽດ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ເຖິງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຊາວ​ແຂວງ​ຄຳ​ມ່ວນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສົງ​ການ 2022; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື, ຄວາມ​ສາ​ມັກ​ຄີ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ຫວຽດ​ນາມ-ລາວ ເວົ້າ​ລວມ ແລະ ລະ​ຫວ່າງງ​ສອງ​ແຂວງ ກາ​ເມົ່າ-ຄຳ​ມ່ວນ ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ ເປີດກວ້າງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ຕໍ່​ໜ້າ.

ທ່ານ ວັນ​ໄຊ ພົງ​ສະ​ຫວັນ​, ກຳ​ມະ​ການ​ສູນ​ກາ​ງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ເຈົ້າ​ແຂວງ​ແຂວງ​ຄຳ​ມ່ວນ ໄດ້​ສົ່ງ​ຝາກ​ຄຳ​ຂອບ​ໃຈ​ເຖິງ​ການ​ນຳ​ແຂວງ​ກາ​ເມົ່າ​ທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ແລະ ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ສົງ​ການ; ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ກາ​ເມົ່າ ແລະ ແຂວງ​ຄຳ​ມ່ວນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ​ໄປ​ໃນ​ຕໍ່​ໜ້າ.

ໃນ​ໂອ​ກາດ​ນີ້, ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ແຂວງ​ກາ​ເມົ່າ ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ແຂວງ​ຄຳ​ມ່ວນ ຊຶ່ງ​ເປັນ​ອຸ​ປະ​ກອນ​ການ​ແພດ​ຮັບ​ໃຊ້​ໃນ​ວຽກ​ງານ​ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19 ຂອງ​ທ້ອງ​ຖິ່ນ​ແຂວງ.

ວິ​ລະ​ຊົນ

Link: https://huunghivietlao.thoidai.com.vn/detail-article-13640.html

In bài biết