ລາວ: ສ້າງຄວາມອາດສາມາດ ບຳບັດນ້ຳເປື້ອນ ແລະ ຂີ້ເຫຍື້ອ
ເຂົ້າຮ່ວມພິທີ ມີທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ຊັງຊູໂອ ຫົວໜ້າກົມການຮ່ວມມືສາກົນ KOICA ແລະ ທ່ານ ເຈຊັນລີ ຫົວໜ້າຫ້ອງການສະຖາບັນເຕີບໂຕສີຂຽວ; ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
![]() |
ພິທີເຊັນບົດບັນທຶກການປຶກສາຫາລື ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການຮ່ວມມື ສ ເກົາຫຼີ (KOICA) ປະຈຳລາວ. (ພາບ: vientianemai.net)
ໂຄງການດັ່ງກ່າວ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານເຕັກນິກ ຈາກອົງການ KOICA ແລະ ສະຖາບັນເຕີບໂຕສີຂຽວ ທັງນີ້ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນຕົວເມືອງ ຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະ ສົ່ງເສີມຄວາມອາດສາມາດໃນການພັດທະນາຕົວເມືອງສີຂຽວ ປັບປຸງໃຫ້ສາມາດເຂົ້າເຖິງການຄຸ້ມຄອງ ການບໍລິການ ການບຳບັດຂີ້ເຫຍື້ອ ກິດຈະກຳຂອງໂຄງການປະກອບມີ ສ້າງພື້ນຖານໂຄງລ່າງສຸຂາພິບານ ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ນະຄອນປາກເຊ ແຂວງຈຳປາສັກ ວຽກງານຄົ້ນຄວ້ານິຕິກຳທີ່ກ່ຽວຂ້ອງກັບສຸຂາພິບານທັງສູນກາງ ແລະ ທ້ອງຖິ່ນ ພາຍຫຼັງສຳເລັດຈະເປັນເຄື່ອງມືໃນການພັດທະນາ ແລະ ຄຸ້ມຄອງວຽກງານສຸຂາພິບານຕົວເມືອງຢ່າງມີປະສິດທິພາບ ໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ (2019-2024) ມູນຄ່າ 6.500.000 ໂດລາສະຫະລັດ ຫຼື ປະມານ 56,95 ຕື້ກີບ.
ຕະຫຼອດໄລຍະຜ່ານອົງການດັ່ງກ່າວ ໄດ້ໃຫ້ການຊ່ວຍເຫຼືອຂະແໜງການຕ່າງໆຢູ່ລາວ ມູນຄ່າຫຼາຍລ້ານກີບ ເປັນຕົ້ນແມ່ນພັດທະນາຊົນນະບົດ ເກັບກູ້ລະເບີດ ວຽກງານສາທາລະນະສຸກ ວຽກງານສຶກສາ ແລະ ອື່ນໆ.
(ແຫຼ່ງຂໍ້ມູນ: vientianemai)