ສະຫວັນນະເຂດ ແລະ ກວ້າງຈິ ຈັດຕັ້ງປະຕິບັດການກວດກາລາດຕະເວນປະຈຳ ງວດ II 2019
![]() |
ກອງປະຊຸມສ່ອງແສງ ການກວດກາລາດຕະເວນປະຈຳງວດ 2 ປີ 2019 ແລະ ວາງທິດທາງແຜນການ ງວດ 3 ປີ 2019.(ພາບ: ຊາວໜຸ່ມທະຫານເມືອງເຮືອງເລີບ)
ແຕ່ວັນທີ 09-10 ມິຖຸນາ 2019, ຄ້າຍທະຫານເມືອງ ເຮືອງເລີບ ໄດ້ປະສານສົມທົບກັບ ກອງຮ້ອຍ ທະຫານ 321 ຂອງ ສປປ ລາວ ໄດ້ຈັດຕັ້ງປະຕິບັດການກວດກາລາດຕະເວນສອງຝ່າຍ ປະຈຳງວດ 2 ປີ 2019. ໃນຂະບວນການ-ການກວດກາລາດຕະເວນໃຫ້ຖຶກຕ້ອງຕາມແຜນການ ທີ່ຂ້ັນເທິງຕົກລົງອະນຸມັດ, ເພື່ອຮັບປະກັນຕາມຫຼັການ, ຖືກຕ້ອງຕາມກົດລະບຽບ, ຂັ້ນຕອນ, ຂະບວນການກວດກາເພື່ອຮັບປະກັນຄວາມສະຫງົບຢ່າງຂາດຕົວ ສຳລັບຄົນ, ອາວຸດ, ພາຫະນະ, ເຮັດສຳເລັດໜ້າທີ່-ທີ່ຮັບການມອບໝາຍ. ທັງສອງໜ່ວຍງານໄດ້ດຳເນີນການກວດກາລາດຕະເວນຮ່ວມ ລະຫວ່າງຫຼັກໝາຍຊາຍແດນເລກທີ 583 ຮອດ 587, ເສັ້ນຊາຍແດນມີຄວາມຍາວເຖິງ 6 ກິໂລແມັດ ກັບອີກ ຫັຼກໝາຍຊາຍແດນແຫ່ງຊາດຈຳນວນ 5 ຫຼັກ ແລະ 01 ຫຼັກໝຸດ. ກຳລັງລາດຕະເວນຈຳດຳເນີນການກວດກາເສັ້ນຊາຍແດນ ແລະ ສະພາບຄວາມເປັນລະບຽບ ແລະ ຄວາມສະຫງົບ ຢູ່ເຂດຊາຍແດນ, ພ້ອມກັນນັ້ນຈັດຕັ້ງຕັ້ງການອານາໄມ, ຖາງຫຍ້າອ້ອມຂ້າງຫຼັກໝາຍຊາຍແດນ. ຜ່ານການກວດການລາດຕະເວນ ລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ຍັງຄົງຮັບປະກັນສະພາບເດີມ, ບໍ່ປະກົດວ່າມີການປ່ຽນແປງໃດໆຫຼາຍກໍ່ຄືມີການເຄື່ອນຍ້າຍໃດໆໝົດ. ພາຍຫຼັງສຳເລັດການກວດກາລາດຕະເວນ, ທັງສອງກຳລັງໄດ້ຈັດຕັ້ງປະຕິບັດການຖອດຖອນບົດຮຽນ, ສະຫຼຸບລາຍງານຜົນການກວດການລາດຕະເວນຂື້ນຂັ້ນເທິງຂອງສອງຝ່າຍ ແລະ ຂື້ນແຜນບັນດາເນື້້ໃນການກວດກາລາດຕະເວນສອງຝ່າຍ ໃນງວດ 3 ປີ 2019 ຕາມກົດລະບຽບ.
![]() |
![]() |
![]() |
ການກວດກາລາດຕະເວນສອງຝ່າຍ ລະຫວ່າງ ທະຫານຊາຍແດນແຂວງສະຫວັນນະເຂດ ແລະ ກວ້າງຈິ.(ພາບ: ຊາວໜຸ່ມທະຫານເມືອງເຮືອງເລີບ)
ວັນທີ 10 ກໍລະກົດ 2019, ທັງສອງກອງກຳລັງໄດ້ຈັດຕັ້ງການສ່ອງແສງ, ແລກປ່ຽນສະພາບການພາຍໃນ ງວດ 2 ປີ 2019 ຢູ່ຄ້າຍທະຫານຊາຍແດນເມືອງເຮືອງເລິບ, ໃນກອງປະຊຸມສ່ອງແສງ ທັງສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສະພາບການຕ່າງກ່ຽວຂ້ອງກັບວຽກງານການຄຸ້ມຄອງ, ປົກປ້ອງສິດອະທິປະໄຕຜືນແຜນດິນ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບໃນສັງຄຳມ, ບັນດາແນວທາງ, ນະໂຍບາຍ, ໂຄງການການລົງທືນກໍ່ສ້າງພື້ນຖານໂຄງລ່າງ.... ພັດທະນາ ເສດຖະກິດ-ສັງຄົມ-ວັດທະນະທຳ ຢູ່ຂັ້ນທ້ອງຖິ່ນ ຂອງເຂດຊາຍແດນກົງກັນຂ້າມກັນ ກ່ຽວຂ້ອງກັບຕາມສັນຍາ, ສົນທິສັນຍາ ແລະ ກົດລະບຽບຊາຍແດນຫວຽດນາມ-ລາວ. ພ້ອມກັນນັ້ນໄດ້ແລກປ່ຽນ ແລະ ປະສານສົມທົບກັນແກ້ໄຂບັນຫາຢ່າງມີປະສິດທິຜົນ ບັນດາວຽກງານທີ່ກ່ຽວຂ້ອງກັບຊາຍແດນສອງຟາກ, ຮັບປະກັນຫຼັກການ, ຖຶກຕ້ອງຕາມກົດລະບຽບ ຂອງສົນທິສັນຍາລະບົບຊາຍແດນຫວຽດນາມ-ລາວ ແລະ ກົດໝາຍຂອງແຕ່ລະຝ່າຍ.
![]() |
ການແລກປ່ຽນກິລາບານສົ່ງ ລະຫວ່າງ ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນ ແຂວງກວ້າງຈິດ . (ພາບ: ຊາວໜຸ່ມທະຫານເມືອງເຮືອງເລີບ)
ພາຍຫຼັງກອງປະຊຸມສ່ອງແສງ ແລະ ແລກປ່ຽນສະພາບ, ທັງສອງກອງກຳລັງໄດ້ຈັດການແລກປ່ຽນດ້ານກິລາຄືການແຂ່ງຂັນບານສົ່ງ ດ້ວຍການເຂົ້າຮ່ວມ ແລະ ໃຫ້ກຳລັງໃຈຈາກການນຳ ແລະ ພະນັກງານນັກຮົບຂອງສອງກົມກອງ. ການແຂ່ງຂັນເຕັມໄປດ້ວຍນຳ້ໃຈນັກກິລາ ແລະ ມິດຕະພາບ, ທັງສອງທິມໄດ້ແຂ່ງຂັນດ້ວຍຄວາມສາມັກຄີ, ຟົດຟຶ້ນ, ສະບາຍສະບາຍ, ຍົກສູງ ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ກຳລັງປ້ອງກັນຊາຍແດນຂອງສອງປະເທດ.
(ຫັດທະບູນ)