ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1
![]() |
ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1
ທ່ານ ແສງທະວີໃສ ມະລີວັນ ຫົວໜ້າກົມທາງລົດໄພ ກ່າວວ່າ: ໂຄງການກໍ່ສ້າງເຊື່ອມຕໍ່ທາງລົດໄຟ ລາວ-ໄທ ໄລຍະທີ 1 ໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກອົງການເນດາ ປະເທດໄທ ມູນຄ່າ 197 ລ້ານບາດ ໄດ້ສຳເລັດການກໍ່ສ້າງທາງລົດໄຟມີຄວາມຍາວ 3,5 ກິໂລ ໃນທ້າຍປີ 2008 ແລະ ໄດ້ເປີດການນຳໃຊ້ຕົ້ນປີ 2009 ໂດຍປະຕິບັດຕາມສັນຍາຮ່ວມແລ່ນລົດໄຟ ລະຫວ່າງ ລັດຖະບານລາວ ແລະ ໄທ ທີ່ໄດ້ເຊັນສັນຍາຮ່ວມກັນ ໃນວັນທີ 30 ມີນາ 2008 ໂດຍເບື້ອງຕົ້ນໄດ້ດຳເນີນການບໍລິການແລ່ນລົດໄຟຂົນສົ່ງໂດຍສານ ແຕ່ສະຖານີທ່ານາແລ້ງຫາສະຖານີໜອງຄາຍ ມີຄວາມຍາວ 6 ກິໂລ ມີຜູ້ໂດຍສານນຳໃຊ້ບໍລິການສະເລ່ຍ 35 ພັນຄົນຕໍ່ປີ ມີ 2 ຖ້ຽວຕໍ່ວັນ ເຊິ່ງແມ່ນການຂົນສົ່ງທີ່ເປັນທາງເລືອກໜຶ່ງໃຫ້ປະຊາຊົນສອງປະເທດ ລາວ-ໄທ ແລະ ນັກທ່ອງທ່ຽວໄປມາໄດ້ສະດວກຍິ່ງຂຶ້ນ.
ໃນເດືອນມິຖຸນາ 2012 ໄດ້ເຊັນສັນຍາກູ້ຢືມ ແລະ ຊ່ວຍເຫຼືອລ້າ ລະຫວ່າງລັດຖະບານລາວ ແລະ ອົງການເນດາ ເພື່ອສືບຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 ໃນມູນຄ່າທັງໝົດ 1.650 ລ້ານບາດ ດ້ວຍເງິນກູ້ຢືມ 70% ແລະ ຊ່ວຍເຫຼືອລ້າ 30% ໃນນັ້ນ ໄດ້ແບ່ງອອກເປັນສອງຕອນ ຄື: ຕອນທີ 1 ໄດ້ຈັດຕັ້ງປະຕິບັດການກໍ່ສ້າງແຕ່ເດືອນມີນາ 2013 ແລະ ສຳເລັດເດືອນກັນຍາ 2015 ປະກອບມີລານຕູ້ສິນຄ້າ CY ຫ້ອງການສາງໃນຮົ່ມ ທາງລົດໄຟເຂົ້າໄປຫາລານຕູ້ສິນຄ້າ ລາງຫຼີກ ລະບົບໂທລະຄົມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃນມູນຄ່າ 655 ລ້ານບາດ ສ່ວນຕອນທີ 2 ຈະສືບຕໍ່ກໍ່ສ້າງທາງລົດໄຟ ແຕ່ທ່ານາແລ້ງຫາສະຖານີ ນະຄອນຫຼວງວຽງຈັນ (ບ້ານຄຳສະຫວາດ ເມືອງໄຊເສດຖາ) ຍາວ 7,5 ກິໂລແມັດ ໄດ້ເຊັນສັນຍາກໍ່ສ້າງ ວັນທີ 28 ມິຖຸນາ 2019 ແລະ ຈະເລີ່ມກໍ່ສ້າງເດືອນຕຸລາ 2019 ຄາດວ່າຈະໃຫ້ສຳເລັດເດືອນທັນວາ 2021 ເພື່ອສືບຕໍ່ການນຳໃຊ້ລານຕູ້ສິນຄ້າ (CY) ໃຫ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ ໃນວັນທີ 8 ພຶດສະພາ 2018 ໄດ້ມີການເຊັນບົດບັນທຶກຈັດຫາດ້ານເຕັກນິກ ລະຫວ່າງກົມທາງລົດໄຟ ແລະ ການລົດໄຟແຫ່ງປະເທດໄທ ເພື່ອກະກຽມໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟຕາມສັນຍາທີ່ສອງລັດຖະບານ ລາວ-ໄທ ໄດ້ເຊັນສັນຍາຮ່ວມມືກັນໄວ້ ເຊິ່ງໄລຍະຜ່ານມາ ກົມທາງລົດໄຟ ແລະ ການລົດໄຟແຫ່ງປະເທດໄທ ໄດ້ປະສານສົມທົບຢ່າງໃກ້ຊິດ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງ ແລະ ເຈົ້າໜ້າທີ່ທັງສອງປະເທດ ເພື່ອຊ່ວຍເຫຼືອອຳນວຍຄວາມສະດວກໃຫ້ຂະບວນລົດຂົນສົ່ງສິນຄ້າ ສາມາດແລ່ນຜ່ານໄປມາໄດ້ ອັນເປັນພື້ນຖານທີ່ດີໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟ ລາວ-ຈີນ ແລະ ໄທ-ຈີນ ທີ່ຈະເຊື່ອມຕໍ່ກັນໃນອະນາຄົດອັນໃກ້ນີ້.
ສຳລັບຕູ້ຄອນເທັນເນີ (ຕູ້ໃສ່ສິນຄ້າ) ຈະມີຂະໜາດ 20 ຟຸດ ແລະ ຂະໜາດ 40 ຟຸດ ເຊິ່ງແລ່ນວັນລະ 2 ຖ້ຽວໄປ-ກັບ ຕອນເຊົ້າເວລາ 6-8:00 ໂມງ ແລະ ຕອນແລງເວລາ 19-21:00 ໂມງ ໂດຍກຳນົດຖ້ຽວໜຶ່ງບໍ່ໃຫ້ກາຍ 10 ຕູ້ຄອນເທັນເນີ້ ແຕ່ລະຕູ້ຄອນເທັນເນີ້ບໍ່ໃຫ້ກາຍ 15 ໂຕນຕໍ່ເພົາ.
(ແຫຼ່ງຂໍ້ມູນ: vientianemai.net)