21:36 | 25/07/2019

ຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ລົງກວດຊາຍແດນຮ່ວມປະຈຳປີ 2019

ຝ່າຍລາວນຳໂດຍ ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນ ປະທານ ຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ແລະ ຝ່າຍໄທ ນຳໂດຍ ທ່ານ ພົນໂທ ຄຳຣົນ ເຄືຣອວິດຊະຍາຈານ ເຈົ້າກົມກິດຈະການຊາຍແດນທະຫານກອງທັບແຫ່ງຣາຊະອານາ ຈັກໄທ ປະທານຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ.

ຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ລົງກວດຊາຍແດນຮ່ວມປະຈຳປີ 2019

ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ແລະ ທ່ານ ພົນ ໂທ ຄຳຣົນ ເຄືຣອວິດຊະຍາຈານ. (ພາບ: kpl)

ການກວດກາຂອບເຂດຊາຍແດນຮ່ວມໃນຄັ້ງນີ້ທັງສອງຝ່າຍໄດ້ປຶກສາຫາລື ແລະ ລົງກວດກາຕົວຈິງ ເນື່ອງຈາກຂອບເຂດດັ່ງກ່າວມີບັນຫາຢາເສບຕິດ ແລະ ມີຄວາມຫຍຸ້ງຍາກໃນການປະຕິ ບັດຮ່ວມກັນ ເຊິ່ງສອງຝ່າຍໄດ້ມອບໝາຍໜ້າທີ່ໃຫ້ສອງໜ່ວຍງານປະຈຳພື້ນທີ່ແຂວງບໍ່ແກ້ວກັບ ແຂວງຊຽງຣາຍຕາມບົດບັນທຶກກອງປະຊຸມຄະນະປະຕິບັດງານເພື່ອແກ້ໄຂຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 2 ປີ 2019 ກ່ຽວກັບການປ້ອງກັນ ແລະ ປາບປາມຢາເສບຕິດຂອງ ແຕ່ລະຝ່າຍ ເຊິ່ງຈະເປັນປະໂຫຍດ ໃນການປະສານງານ ແລະ ແລກ ປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ທັງ ເປັນການປາບປາມຢາເສບຕິດໃນ ແຕ່ລະຂອບເຂດອີກດ້ວຍ.

ຄະນະຝ່າຍລາວກໍໄດ້ນຳພາ ຄະນະຝ່າຍໄທລົງກວດກາຕົວຈິງ ທີ່ບໍລິເວນທ່າເຮືອເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເຂົ້າຢ້ຽມ ຢາມສູນປະສານງານປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ ລາວ-ຈີນ ເພື່ອຮັບຟັງການສະຫຼຸບ ລາຍງານເຖິງການປະຕິບັດການ ລາດຕະເວນຮ່ວມ 4 ຝ່າຍ ລາວ, ໄທ, ຈີນ, ມຽນມາ ຕໍ່ການດຳເນີນງານໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມລຳແມ່ນໍ້າຂອງທາງຕອນເໜືອ ຂອງແຂວງ ບໍ່ແກ້ວ ແລະ ໃນວັນຕໍ່ມາຄະນະທັງສອງຝ່າຍກໍໄດ້ເດີນທາງໄປເມືອງຊຽງແສນ ແຂວງຊຽງຣາຍ ລາຊະອານາຈັກໄທເພື່ອເຂົ້າຮ່ວມ ກອງປະຊຸມຂອງຄະນະອະນຸກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປລາວ-ໄທ ທັງສອງຝ່າຍກໍໄດ້ສະເໜີຜົນຂອງການກວດກາພື້ນທີ່ຮ່ວມໃນຄັ້ງນີ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຮັບຊາບ ເພື່ອໃຊ້ເປັນຂໍ້ມູນໃນການຮ່ວມມືແນໃສ່ເຮັດໃຫ້ຊາຍແດນທັງສອງປະເທດມີ ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ໝັ້ນຄົງ, ມີສະຖຽນລະພາບອັນຈະນຳໄປສູ່ ຄວາມຜາສຸກຂອງປະຊາຊົນທັງ ສອງປະເທດ ແລະ ໃນພິທີກໍໄດ້ມີ ການລົງນາມໃນບົດບັນທຶກກອງປະຊຸມຕື່ມອີກ.

ພາຍຫຼັງສຳເລັດການລົງນາມບົດບັນທຶກກອງປະຊຸມແລ້ວຄະນະຝ່າຍໄທກໍໄດ້ນຳພາຄະນະຝ່າຍລາວລົງກວດກາ ຂອບເຂດບໍລິເວນທ່າເຮືອຊຽງແສນ ເມືອງຊຽງແສນ ແຂວງ ຊຽງຣາຍ ແລະ ເຂົ້າຢ້ຽມຢາມ ການປະຕິບັດງານຂອງສູນປ້ອງກັນ ແລະ ປາບປາມການກະທຳຜິດໃນແມ່ນ້ຳຂອງສ່ວນໜ້າເພື່ອຮັບຟັງເຖິງການດຳເນີນງານກ່ຽວກັບການປ້ອງກັນ ແລະ ປາບປາມຢາເສບຕິດຕະຫຼອດຮອດການກະທຳຜິດໃນແມ່ນໍ້າຂອງ ການກວດກາຂອບເຂດຮ່ວມໃນຄັ້ງນີ້ທັງສອງຝ່າຍມີຄວາມເຂົ້າໃຈກັນດີເຖິງສະພາບຊາຍແດນທັງສອງປະເທດ ແລະ ໄດ້ສະເເດງຄວາມຂອບໃຈ ເຊິ່ງກັນ ແລະ ກັນທີ່ແຕ່ລະຝ່າຍໃຫ້ການຕ້ອນຮັບ ແລະ ອຳນວຍຄວາມສະດວກ ໃຫ້ອີກຝ່າຍເປັນຢ່າງດີດ້ວຍບັນຍາກາດອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີເຮັດໃຫ້ການກວດກາຂອບເຂດຮ່ວມຄັ້ງນີ້ປະສົບ ຜົນສຳເລັດ ແລະບັນລຸຕາມເປົ້າ ໝາຍທີ່ວາງໄວ້.

(ແຫຼ່ງ​ຂໍ້​ມູນ​: kongthap.gov.la)

Link: https://huunghivietlao.thoidai.com.vn/detail-article-1349.html

In bài biết