09:14 | 28/07/2019

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການແລ້ວ


ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການແລ້ວ

ທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກ​ແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ.

ໃນພິທີ, ທ່ານ ປອ ຄໍາເຜີຍ ຜັນທະຈອນ ກໍ່ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການວ່າ: ໃນໄລຍະ 6 ເດືອນຜ່ານມາ, ບັນດາພະແນກການ, ກົມກອງຂອງອົງ ການປົກຄອງແຂວງໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ແລະມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ I ຢ່າງຕັ້ງໜ້າ, ອັນທີ່ພົ້ນເດັ່ນແມ່ນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລຶບລ້າງຄວາມທຸກຍາກ, ການຈັດຕັ້ງ ແລະ ເຜີຍແຜ່ກົດໝາຍ, ການສ້າງ ແລະປັບປຸງນິຕິກໍາລຸ່ມ ກົດໝາຍຂອງບັນດາພະແນກການເພື່ອເປັນບ່ອນອີງໃນການເຮັດໜ້າທີ່ວຽກງານເຮັດໃຫ້ໂຕເລກຫຼາຍອັນບັນລຸຕາມຈຸດປະສົງທີ່ວາງໄວ້.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການແລ້ວ

ບັນຍາກາດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການແລ້ວ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຊຸດທີ I ຈະໄດ້ພິຈາລະນາ ແລະຮັບຮອງເອົາ 13 ບັນຫາສໍາຄັນຂອງແຂວງ ເປັນຕົ້ນແມ່ນ: ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນ ປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2019, ຮັບຟັງບົດລາຍງານຂອງຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະບົດລາຍງານຂອງຫົວໜ້າພະແນກການເງິນແຂວງ ກ່ຽວກັບການ ຈັດຕັ້ງແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ພ້ອມທິດທາງແຜນການ 6 ເດືອນທ້າຍປີ 2019, ຮັບຟັງບົດລາຍງານຂອງຫົວໜ້າພະແນກອຸດສາຫະກຳ ແລະການ ຄ້າແຂວງກ່ຽວກັບມາດຕະການໃນການຄຸ້ມຄອງ ແລະ ການຜະລິດຖ່ານດຳ ແລະມາດຕະການຕໍ່ການອອກອະນຸຍາດ ແລະ ການຄຸ້ມຄອງໂຮງງານຜະລິດຖ່ານຂາວໃນແຂວງ ສະຫວັນນະເຂດ, ຮັບຟັງການລາຍງານຈາກຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງກ່ຽວກັບສະພາບການຄຸ້ມຄອງ ແລະເບີກຈ່າຍເງິນເດືອນໃຫ້ພະນັກງານບຳນານ, ພະນັກງານເສຍອົງຄະພາຍໃນແຂວງສະຫວັນນະເຂດ, ຮັບຟັງການລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນແຂວງກ່ຽວກັບການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ, ຮັບຟັງການລາຍງານຂອງປະທານສານປະຊາຊົນແຂວງກ່ຽວກັບການດຳເນີນຄະດີຂອງສານ ຂັ້ນຕົ້ນ ແລະ ຂັ້ນອຸທອນ, ຮັບຟັງການລາຍງານຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານເຈົ້າແຂວງສະບັບເລກທີ 0306 ກ່ຽວກັບການເພີ່ມທະວີຄຸ້ມຄອງວຽກງານອາຊີບພາຫະນະພິເສດ, ຮັບຟັງການລາຍງານຈາກຄະນະປະຈຳສະພາປະຊາຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7 ແລະທິດທາງແຜນການຂອງກອງປະຊຸມສະໄໝສາມັນເທື່ອ ທີ 7 ຫາເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ I, ພິຈາລະນາ ແລະຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາເຂດສະຫງວນທາງຫຼວງພາຍໃນແຂວງສະຫວັນນະເຂດ, ນອກນັ້ນຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາການໂຍກຍ້າຍ, ການແຕ່ງຕັ້ງບຸກຄະລາກອນຂອງອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ຫົວໜ້າພະແນກການຂອງອົງການປົກຄອງແຂວງ, ພິຈາລະນາ ແລະຮັບຮອງເອົາ ແຜນດັດແກ້ລາຍຮັບວິຊາການ 6 ເດືອນທ້າຍປີ 2019 ຂອງອົງການປົກຄອງແຂວງ, ພິຈາລະນາ ແລະຮັບຮອງເອົາມາດຕະການໃນການຄຸ້ມຄອງແລະ ການຜະລິດຖ່ານດຳ ແລະມາດຕະການກໍ່ຄືການອອກອະນຸຍາດໃນການຄຸ້ມຄອງຜະລິດຖ່ານຂາວພາຍໃນແຂວງສະຫວັນນະເຂດ. ໃນກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງຈາກບັນດາພະແນກການຈຳນວນໜຶ່ງ ຫຼື ໃນປະເດັນທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງມີຄວາມສົນໃຈ.

ໃນໂອກາດກ່າວເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ I ຢ່າງເປັນທາງການ ທ່ານປະທານກອງປະຊຸມຍັງ ໄດ້ຮຽກຮ້ອງໃຫ້ແຕ່ລະພາກ ສ່ວນສະໜອງຂໍ້ມູນ ແລະບັນດາເນື້ອໃນທີ່ຈະນຳມາພິຈາລະນາໃນກອງປະຊຸມໃນເທື່ອນີ້ໃຫ້ໄດ້ຮັບຜົນເປັນຢ່າງດີ. ເຊິ່ງກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາປະຊາຊົນ ແຂວງຊຸດທີ I ຈະໄດ້ດໍາເນີນ ໄປເປັນເວລາ 4 ວັນເຕັມ ຈຶ່ງ ສຳເລັດຄື: ນັບແຕ່ວັນທີ 22 ຫາ 25 ກໍລະກົດ 2019.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

Link: https://huunghivietlao.thoidai.com.vn/detail-article-1346.html

In bài biết