11:21 | 29/07/2019

ກະຊວງສາທາລະນະສຸກ ຫາລືຄົ້ນຄວ້າການປັບປຸງຄຸນນະພາບການບໍລິການປິ່ນປົວໃນລາວ

ກະຊວງສາທາລະນະສຸກ ຫາລືຄົ້ນຄວ້າການປັບປຸງຄຸນນະພາບການບໍລິການປິ່ນປົວໃນລາວ

ພາບປະກອບ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າການສ້າງຄວາມເຂັ້ມແຂງໃນລະບົບການປັບປຸງຄຸນນະພາບການຂອງຮັກສາສຸຂະພາບ ໃນລາວ ແລະ ການເສີມສ້າງຂີດຄວາມສາມາດດ້ານການບໍລິຫານຄຸ້ມຄອງ ໃຫ້ກະຊວງສາທາລະນະສຸກ ການພັດທະນາມາດຕະຖານ ແລະ ເຄື່ອງມື ສຳລັບຄຸນນະພາບຂອງການປິ່ນປົວຄົນເຈັບ ລວມທັງລະບົບສົ່ງຕໍ່ eHealth ໃນທົ່ວປະເທດ ເພື່ອໃຫ້ມີການເຊື່ອມໂຍງກັບການຄຸ້ມຄອງການເງິນສາທາລະນະສຸກ ແລະ ລະບົບການຈ່າຍຂອງຜູ້ໃຫ້ບໍລິການ ເຮັດການທົດລອງການຫັນໃຫ້ໂຮງໝໍກຸ້ມຕົນເອງ ຢູ່ຂັ້ນສູນກາງ ແລະ ລະດັບໂຮງໝໍແຂວງ ໂດຍສະເພາະການປັບປຸງການບໍລິຫານຄຸ້ມຄອງ ແລະ ການບໍລິການຂອງສາທາລະນະສຸກເມືອງເຊັ່ນ: ປະຕິບັດຕົວຈິງຂອງພະນັກງານ, ການແກ້ໄຂສຸກເສີນ, ສິ່ງອຳນວຍຄວາມສະດວກ, ມາດຕະຖານຂອງອຸປະກອນ, ການປິ່ນປົວ, ການບົ່ງມະຕິພະຍາດ, ທະນາຄານເລືອດ, ນ້ຳສະອາດ ແລະ ສຸຂະພິບານ ເພື່ອແນໃສ່ເຮັດໃຫ້ການຍົກລະດັບດ້ານການບໍລິການຂອງຊຸມຊົນ ກໍຄືເຮັດໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການປິ່ນປົວສຸຂະພາບຫຼາຍຂຶ້ນ.

ນອກຈາກນີ້ທີ່ປະຊຸມຍັງໄດ້ໃຫ້ຄຳແນະນຳ ແລະ ມີຄໍາເຫັນກ່ຽວກັບກົນໄກການຕຳນິຕິຊົມ ການພັດທະນາຊັບພະຍາກອນມະນຸດ ຂອງຂະແໜງສາທາລະນະສຸກ ແລະ ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງພະນັກງານ ເຊັ່ນ: ການຕິດຕາມ, ຊັບຊ້ອນ, ການໃຫ້ສິ່ງຈູງໃຈ, ລະບຽບວິໄນ, ກົດລະບຽບການປັບປຸງຍຸດທະສາດພັດທະນາຊັບພະຍາກອນມະນຸດສາທາລະນະສຸກ, ການຄາດຄະເນພະນັກງານ, ລະບົບຄວາມຕ້ອງການໃນວິຊາຊີບ, ການປັບປຸງສະຖາບັນການສຶກສາວິຊາຊີບສາທາລະນະສຸກ ເພື່ອໃຫ້ມີຄວາມຮູ້ທີ່ດີກ່ອນໃຫ້ບໍລິການ, ການໃຫ້ທຶນການສຶກສາສຳລັບຂັ້ນຊ່ຽວຊານ, ການແພດຄອບຄົວ ແລະ ພະຍາບານ ການສອບເສັງ ການຂື້ນທະບຽນ ແລະ ອອກໃບອະນຸຍາດ ແລະ ການສຶກສາຕໍ່ເນື່ອງ ຂອງວິຊາຊີບປິ່ນປົວ, ມາດຕະຖານຄຸນນະພາບຂອງສະຖາບັນການສຶກສາ, ໂຮງໝໍ ແລະ ຄົ້ນຄ້ວາວິທີການຫັນໂຮງໝໍກຸ້ມຕົນເອງ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ວຽກງານສາທາລະນະສຸກມີຄວາມເຂັ້ມແຂງ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

Link: https://huunghivietlao.thoidai.com.vn/detail-article-1341.html

In bài biết