15:15 | 24/07/2019

ສຸມໃສ່ 9 ແຜນງານໃຫຍ່ ເພື່ອຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ

ສຸມໃສ່ 9 ແຜນງານໃຫຍ່ ເພື່ອຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ

ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ແມ່​ບົດ​ແຫ່ງ​ຊາດ ເພື່ອ​ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ໄລ­ຍະ 3 ປີ (2016-2018)

ທ່ານ ພັນ​ເອກ ອ່ອນ​ຜິວ ໂຄ້ງ​ວຽງ​ທອງ ຫົວ­ໜ້າ​ຫ້ອງ­ການ​ກວດ­ກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ກ່າວ​ວ່າ: 3 ປີ­ຜ່ານ­ມາ (2016-2018) ຫ້ອງ­ການ​ກວດ­ກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ໄດ້​ສຸມ​ໃສ່​ປະ­ຕິ­ບັດ​ແຜນ​ຈຸດ​ສຸມ​ຂອງ​ຕົນ​ຢ່າງ­ຮອບ­ດ້ານ​ຕະ­ຫຼອດ​ມາ ໂດຍ​ຖື​ເອົາ​ກົດ­ໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ ແລະ 9 ແຜນ​ງານ​ໃຫຍ່​ຂອງ​ແຜນ​ແມ່​ບົດ​ແຫ່ງ​ຊາດ 2016-2020 ເປັນ​ທິດ​ທາງ​ໃນ​ການ​ວາງ​ແຜນ​ວຽກ​ຄື: ແຜນ​ງານ​ສ້າງ ແລະ ປັບ­ປຸງ​ນິ­ຕິ​ກຳ​ທີ່​ມີ​ສ່ວນ​ພົວ­ພັນ​ກັບ​ຢາ​ເສບ​ຕິດ ແຜນ​ງານ​ເກັບ​ກຳ ແລະ ວິ­ໄຈ​ຂໍ້​ມູນ ຂ່າວ­ສານ ແຜນ​ງານ​ສຶກ​ສາ​ອົບ­ຮົມ ແລະ ໂຄ­ສະ­ນາ​ເຜີຍ­ແຜ່​ລະ­ບຽບ​ກົດ­ໝາຍ ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ແຜນ​ງານ​ປິ່ນ­ປົວ ແລະ ເຝິກ​ວິ­ຊາ​ຊີບ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ ແຜນ​ງານ​ພັດ­ທະ­ນາ​ທາງ​ເລຶອກ​ເພື່ອ​ທົດ​ແທນ​ການ​ລັກ​ປູກ​ຝິ່ນ-ປູກ​ກັນ­ຊາ ແຜນ​ງານ​ປະ­ຕິ­ບັດ​ມາດ​ຕະ­ການ​ດ້ານ​ກົດ­ໝາຍ ແຜນ​ງານ​ຄວບ​ຄຸມ​ສານ​ເຄ​ມີ​ຕົ້ນ ການ​ວິ­ໄຈ ແລະ ກວດ​ສອບ​ການ​ຊົມ­ໃຊ້​ຢາ​ເສບ​ຕິດ ແຜນ​ງານ​ຮ່ວມ​ມື​ກັບ​ສາ­ກົນ ແລະ ແຜນ​ງານ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ກວດ­ກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1334.html

In bài biết