16:38 | 24/07/2019

ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ການຕ້ອນຮັບ ທ່ານ ກິວເບີດ ຮຸງໂບ, ປະ​ທານ​ອົງການກອງ​ທຶນ​ສາ​ກົນ ເພື່ອ​ການ​ພັດ​ທະ​ນາ​ກະ​ສິ​ກຳ (IFAD).

ໃນໂອກາດນີ້, ປະທານອົງການ IFAD ໄດ້ເຂົ້າ​ຢ້ຽ​ມ​ຂໍ່າ​ນັບ ພະນະທ່ານ ທອງລຸນ ສີສຸລິດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ແລະ ການນຳກະຊວງກ່ຽວຂ້ອງ ຄື : ທ່ານ ສົມດີ ດວງດີ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະຊວງ​ການ​ຕ່າງ​ປະ​ເທດ; ແລະ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ສຸພັນ ແກ້ວມີ​ໄຊ, ລັດ​ຖະ​ມົນ​ຕີ ກະ​ຊວງ​ແຜ​ນ​ການ ແລະ ການ​ລົງ​ທຶນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມ ບັນດາໂຄງການ ຍຸດທະສາດສະໜັບສະໜູນ ການຄໍ້າປະກັນສະບຽງອາຫານ ແລະ ໂພສະນາການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ອົງການ IFAD ຢູ່ ແຂວງ ຊຽງ​ຂວາງ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງແຂວງຊຽງຂວາງ ພ້ອມດ້ວຍ ອຳນາດການປົກຄອງແຂວງ ແລະ ອຳນາດການປົກຄອງ ເມືອງຄໍາ.

ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD ເລີ່ມແຕ່ປີ 1978, ການຮ່ວມມື ສ່ວນໃຫຍ່ແມ່ນອີງໃສ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ເປັນຫຼັກ, ໂດຍສະເພາະໃນຂົງເຂດການພັດທະນາຊົນນະບົດຮອບດ້ານ ແລະ ການຄໍ້າປະກັນດ້ານສະບຽງ ອາຫານ, ຄຽງຄູ່ກັບການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ. ການຊ່ວຍ ເຫລືອແກ່ ສປປ ລາວ ຂອງ ອົງການ IFAD ເລີ່ມແຕ່ໃນປີ 1980 ລວມມູນຄ່າ 148 ລ້ານໂດລາ ສະຫະລັດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 15 ໂຄງການ/ແຜນງານ.

(ແຫຼ່ງ​ຂໍ້​ມູນ​: ກະຊວງການຕ່າງປະເທດລາວ)

Link: https://huunghivietlao.thoidai.com.vn/detail-article-1331.html

In bài biết