15:52 | 19/07/2019

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດ

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດ

ສະ­ຫາຍ ພົນ​ເອກ ຈັນ​ສະ­ໝອນ ຈັນ​ຍາ​ລາດ

ໃນ​ພິ­ທີ ສະ­ຫາຍ ພົນ​ຕີ ປະ­ສິດ ທ່ຽງ​ທຳ ກຳ­ມະ­ການ​ຄະ­ນະ​ພັກ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ຮອງ​ຫົວ­ໜ້າ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງ­ທັບ​ໄດ້​ຂຶ້ນ​ຜ່ານ​ລັດ​ຖະ​ດຳ­ລັດ​ຂອງ​ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ສະ­ບັບ​ເລກ​ທີ 19/ນຍ ລົງ​ວັນ​ທີ 30 ມັງ­ກອນ 2019 ວ່າ​ດ້ວຍ​ການ​ອະ­ນຸ­ຍາດ​ໃຫ້​ສ້າງ­ຕັ້ງ​ກອງ​ບັນ­ຊາ​ການ​ທະ­ຫານ​ອາ­ກາດ​ກອງ­ທັບ​ປະ­ຊາ­ຊົນ​ລາວ ອັກ ສອນ​ຫຍໍ້ ກບອ ຢູ່​ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ໂດຍ​ກົງ​ຮອບ­ດ້ານ ຂອງ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ.

ຈາກ​ນັ້ນ ສະ­ຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ກຳ­ມະ­ການ​ຄະ­ນະ​ພັກ​ກະ­ຊວງ ຮອງ​ຫົວ­ໜ້າ​ກົມ​ໃຫຍ່​ການ­ເມືອງ​ກອງ­ທັບ​ໄດ້​ຂຶ້ນ​ຜ່ານ​ລັດ​ຖະ​ດຳ­ລັດ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຜູ້​ບັນ­ຊາ​ການ​ທະ­ຫານ​ອາ­ກາດ​ກອງ­ທັບ​ປະ­ຊາ­ຊົນ​ລາວ ໂດຍ​ໄດ້​ແຕ່ງ­ຕັ້ງ ສະ­ຫາຍ ພັນ​ເອກ ຄຳ​ເຫຼັກ ແສງ​ພະ­ຈັນ ເປັນ​ຜູ້​ບັນ­ຊາ​ການ​ທະ­ຫານ​ອາ­ກາດ​ກອງ­ທັບ​ປະ­ຊາ­ຊົນ​ລາວ ໄດ້​ຜ່ານ​ລັດ​ຖະ​ດຳ­ລັດ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຫົວ­ໜ້າ​ການ­ເມືອງ ໂດຍ​ໄດ້​ຕົກ­ລົງ​ແຕ່ງ­ຕັ້ງ ສະ­ຫາຍ ພົນ​ຈັດ­ຕະ­ວາ ພູ​ຫຼວງ ບົວ​ພະ­ຈັນ ເປັນ​ຫົວ­ໜ້າ​ການ­ເມືອງ​ກອງ​ບັນ­ຊາ​ການ​ທະ­ຫານ​ອາ­ກາດ ກອງ­ທັບ​ປະ­ຊາ­ຊົນ​ລາວ ແລະ ຜ່ານ​ຂໍ້​ຕົກ­ລົງ​ຂອງ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະນະ​ບັນ­ຊາ​ກອງ​ບັນ­ຊາ​ການ​ທະ­ຫານ​ອາ­ກາດ​ກອງ­ທັບ​ປະ­ຊາ­ຊົນ​ລາວ ໂດຍ​ໄດ້​ແຕ່ງ­ຕັ້ງ ສະ­ຫາຍ ພັນ​ເອກ ຄຳ​ຫຼ້າ ສິມ​ມະ​ວົງ ເປັນ​ຮອງ​ຮັບ­ຜິດ­ຊອບ​ວຽກ​ງານ​ການ­ເມືອງ ທັງເປັນ​ຫົວ­ໜ້າ​ຫ້ອງ​ການ­ເມືອງ ສະ­ຫາຍ ພັນ​ເອກ ພັນ­ທະ​ມິດ ວໍ­ລະ​ບຸດ ເປັນ​ຮອງ ຮັບ­ຜິດ­ຊອບ ວຽກ​ງານ​ອົບ­ຮົມ​ການ­ບິນ ທັງ​ເປັນ​ຫົວ­ໜ້າ​ຫ້ອງ​ອົບ­ຮົມ​ການ­ບິນ ສະ­ຫາຍ ພັນ​ໂທ ບຸນ​ດອມ ບຸບ­ຜາ​ລິ​ວັນ ເປັນ​ຮອງ ຮັບ ຜິດ​ຊອບ​ວຽກ​ງານ​ເສ­ນາ​ທິ​ການ ທັງ​ເປັນ​ຫົວ­ໜ້າ​ຫ້ອງ​ເສ­ນາ​ທິ​ການ ສະ­ຫາຍ ພັນ​ໂທ ທອງ​ພັນ ບຸນ​ສະ​ຫວັດ ເປັນ​ຮອງ​ຮັບຜິດ­ຊອບ​ວຽກ​ງານ​ພະ­ລາ­ທິ­ການ ທັງ​ເປັນ​ຫົວ­ໜ້າ​ຫ້ອງ​ພະ­ລາ­ທິ­ການ ແລະ ສະ­ຫາຍ ພັນ​ໂທ ສອນ​ທອງ ແກ້ວ​ຈັນ​ດາ ເປັນ​ຮອງ ຮັບ­ຜິດ­ຊອບ​ວຽກ​ງານ​ເຕັກ­ນິກ ທັງ​ເປັນ​ຫົວໜ້າ​ຫ້ອງ​ເຕັກ­ນິກ​ກອງ​ບັນ­ຊາ​ການ​ທະ­ຫານ​ອາ­ກາດ ກອງ­ທັບ​ປະ­ຊາ­ຊົນ​ລາວ.

ໃນ​ພິ­ທີ​ອັນ​ມີ​ຄວາມ​ໝາຍ​ສຳ­ຄັນ​ນີ້ ສະ­ຫາຍ ພົນ​ເອກ ຈັນ​ສະ­ໝອນ ຈັນ​ຍາ​ລາດ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ໂດຍ​ຍົກ​ໃຫ້​ເຫັນ​ຄວາມ​ສຳ­ຄັນ​ຂອງ​ການ​ປະ­ກາດ​ສ້າງ­ຕັ້ງ​ກອງ​ບັນ­ຊາ​ການ​ທະ­ຫານ​ອາ­ກາດ ກອງ­ທັບ​ປະ­ຊາ­ຊົນ​ລາວ ແມ່ນ​ເປັນ​ຂີດ ໝາຍ​ອັນ​ດີ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ເວົ້າ​ລວມ ເວົ້າ​ສະ­ເພາະ ແມ່ນ​ເຫຼົ່າ​ຮົບ​ທະ­ຫານ​ອາ­ກາດ ເພື່ອ​ກ້າວ​ສູ່​ລະ­ບຽບ​ແບບ­ແຜນ​ທີ່​ທັນ​ສະ­ໄໝ ຮັບ­ປະ­ກັນ​ເຮັດ​ສຳ­ເລັດ​ໜ້າ­ທີ່​ການ­ເມືອງ​ຂອງ​ເຫຼົ່າ​ຮົບ​ໃນ​ສະ­ເພາະ​ໜ້າ ແລະ ຍາວ​ນານ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-1324.html

In bài biết