ດຶງເຊືອກ 17 ປີ ລາວ ໄດ້ທີ 1 ຢູ່ອຸດອນທານີ
|
ດຶງເຊືອກ 17 ປີ ລາວ ໄດ້ທີ 1 ຢູ່ອຸດອນທານີ
ອີງຕາມການລາຍງານຂອງ ທ່ານ ໄຕລັດ ພຸດທະພົງ ຮອງປະທານສະຫະພັນກີລາດຶງເຊືອກ ແຫ່ງຊາດລາວ ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ມີນັກກີລາດຶງເຊືອກເຂົ້າຮ່ວມທັງໝົດ 30 ທີມ ໃນນັ້ນ ປະເພດຊາຍ ມີ 19 ທີມ ແລະ ປະເພດຍິງ ມີ 11 ທີມ ໂດຍທີມລາວ ສົ່ງເຂົ້າຮ່ວມ 2 ທີມ (ຍິງ-ຊາຍ) ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດທີມຊາຍ ສາມາດຍາດໄດ້ອັນດັບທີ 1 ຫຼັງຈາກເອົາ ຊະນະ ທີມແຂວງອຸດອນທານີ (ເຈົ້າພາບ) ໄປໄດ້ 2-1 ພ້ອມທັງໄດ້ຮັບລາງວັນທີມນັກກີລາດີເດັ່ນ ໃນການແຂ່ງຂັນຄັ້ງນີ້.
ສ່ວນຜົນການແຂ່ງຂັນປະເພດທີມຍິງ ສາມາດຜ່ານເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ ຫຼືຮອບ 4 ທີມສຸດທ້າຍ ແຕ່ໄປເສຍໃຫ້ທີມແຂວງອຸດອນທານີ (ເຈົ້າພາບ) ແລະ ໄດ້ເຂົ້າໄປຊີງອັນດັບ 3 ພົບກັບ ທີມແຂວງໜອງຄາຍ ປະເທດໄທ ແລະ ສາມາດເອົາຊະນະ ແຂວງໜອງຄາຍໄປໄດ້ 2-0 ໄດ້ອັນດັບທີ 3 ມາຄອງ ສ່ວນສະໜາມຕໍ່ໄປແມ່ນຈະຈັດຂຶ້ນໃນເດືອນສິງຫາ 2019 ຢູ່ແຂວງຊະເຊີງເຊົາ ປະເທດໄທ.
(ແຫຼ່ງຂໍ້ມູນ: vientianemai.net)