11:19 | 20/02/2022

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD

ເດືອນ ມັງກອນ, ຫວຽດນາມ ສົ່ງອອກເກີນດຸນເກືອບ 1,4 ຕື້ USD ເດືອນ ມັງກອນ, ຫວຽດນາມ ສົ່ງອອກເກີນດຸນເກືອບ 1,4 ຕື້ USD
ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານ ຣຸ່ງໂຣດ ຣັງສີໂຍພາດ ປະທານ ທັງເປັນອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ) (ພາບ: VGP)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ກຸ່ມ​ບໍ​ລິ​ສັດ SCG ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ກາ​ນ​ຊຸກ​ຍູ້​ໂຄງ​ການ​ເຂດ​ກັ່ນ​ຕອງ​ນ້ຳ​ມັນ​ພາກ​ໃຕ້ ຢູ່​ເຂດ​ອຸດ​ສາ​ຫະ​ກຳ ລອງ​ເຊີນ, ແຂວງ​ບ່າ​ເຣ້ຍ - ຫວູງ​ເຕົາ ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄ​ວິດ - 19. SCG ຄວນ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນຂອງ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ນຳ​ໂຄງ​ການ​ເຂົ້າ​ເຄື່ອນ​ໄຫວ​ການ​ຄ້າ​ຢ່າງ​ຖືກ​ຕ້ອງ​ຕາມ​ແຜນ​ການ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ປະ​ສິດ​ທິ​ຜົນ.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ SCG ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝທີ່ສຸດ, ເຕັກໂນໂລຢີສີຂຽວ, ເຕັກໂນໂລຢີສະອາດເພື່ອຮັບໃຊ້ໂຄງການນີ້, ພ້ອມທັງໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຄຸ້ມຄອງບໍລິຫານ, ດຶງດູດບັນດາແຫຼ່ງການເງິນສີຂຽວ; ສະເໜີໃຫ້ Amata ພິຈາລະນາຄວາມເປັນໄປໄດ້ໃນການສັບຊ້ອນແຫຼ່ງກຳລັງເພື່ອເປີດກວ້າງການລົງທຶນຢູ່ບັນດາເຂດອຸດສາຫະກຳ ກຳນົດທິດເຕັກໂນໂລຢີສູງຢູ່ ຫວຽດນາມ. ພ້ອມ​ທັງ​ແມ່​ນ​ຂົວ​ຕໍ່​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງໄທ ​ເວົ້າ​ສະ​ເພາະ ແລະ ໂລກ​ເວົ້າ​ລວມ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ໃນ​ສະ​ພາບ​ການ​ທຶນ FDI ໃນ​ໂລກ​ພວມ​ໄດ້​ກຳ​ນົດ​ຄືນ​ລະ​ບົບ​ສະ​ໜອງ, ລະ​ບົບ​ມູນ​ຄ່າ.

ການນຳ SCG ແລະ Amata ກໍແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍໂຄງການກຸ່ມປີໂຕເຄມີພາກໃຕ້ - ເຊິ່ງມີເງິນລົງທຶນທັງໝົດ 5,16 ຕື້ USD, ເປັນໂຄງການໃຫຍ່ທີ່ສຸດໃນປະຫວັດສາດຂອງ SCG ເຊິ່ງຄາດວ່າຈະສືບຕໍ່ລົງທຶນໃນໄລຍະທີ 2 ດ້ວຍເຕັກໂນໂລຢີທີ່ທັນສະໄໝ ຕາມທິດສີຂຽວ, ໝູນວຽນ ແລະ ຍົກອອກບາງຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍໂຄງການຕ່າງໆຢູ່ ຫວຽດນາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13153.html

In bài biết