17:32 | 16/07/2019

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ

ບາງເນື້ອໃນຢູ່ໃນແຈ້ງການໄດ້ລະບຸວ່າ: ໃນໄລຍະຜ່ານມາໄດ້ມີອົງການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນ ສ້າງໜ້າຂ່າວ ເພື່ອຜະລິດ ແລະ ບໍລິການຂໍ້ມູນຂ່າວ ສານໃຫ້ແກ່ສັງຄົມ ແລະ ກຳນົດຊື່ເອີ້ນຂອງໜ້າຂ່າວໂດຍພາລະການໂດຍບໍ່ໄດ້ ຮັບອານຸຍາດຢ່າງຖືກຕ້ອງຕາມກົດໝາຍ ຈາກອົງການຄຸ້ມຄອງສື່ ເຊິ່ງມີທັງຂ່າວທີ່ມີຄວາມຈິງ, ມີປະໂຫຍດ ແລະ ທັງຂ່າວປອມ, ຂ່າວອະກຸສົນ, ຂ່າວບິດເບືອນຄວາມຈິງອັນໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມເປັນຕົ້ນໜ້າຂ່າວອອນລາຍຢູ່ ເຟດສບຸກ.

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ

ພາບປະກອບ

ເພື່ອເສີມຂະຫຍາຍດ້ານຄຸນປະໂຫຍດ ແລະ ຈຳກັດສິ່ງຫຍໍ້ທໍ້ຢູ່ໃນສື່ສັງຄົມອອນລາຍ ຫຼື ໜ້າຂ່າວອອນລາຍ, ກະຊວງໄດ້ແຈ້ງໃຫ້ ທຸກຄົນຮັບຮູ້ວ່າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ໃດທີ່ໄດ້ສ້າງໜ້າຂ່າວອອນລາຍຜ່ານພາຫະນະສື່ປະເພດຕ່າງໆ ແລະ ໄດ້ບໍລິການຂໍ້ມູນຂ່າວສານຜ່ານມາແລ້ວ ໃຫ້ມາລົງທະບຽນ. ຖ້າບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ໃດມີຈຸດປະສົງຈະສ້າງເວັບໄຊ, ໜ້າຂ່າວ ອອນລາຍ (Webpage) ຜ່ານພາຫະນະ ສື່ປະເພດຕ່າງໆ (Platform) ເພື່ອມາບໍລິການສັງຄົມກໍສາມາເຮັດໄດ້ແຕ່ຕ້ອງໄດ້ແຈ້ງຈຸດປະສົງ, ຂໍອານຸຍາດເຄື່ອນໄຫວຈາກກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກຖະແຫຼງຂ່າວ ແຂວງ ແລະ ນະຄອນຫຼວງ ເພື່ອອອກໃບອານຸຍາດ ເຄື່ອນໄຫວຢ່າງ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ທຸກໆການເຄື່ອນໄຫວບໍລິການຂໍ້ມູນຂ່າວສານແກ່ສັງຄົມຜ່ານສື່ສັງຄົມອອນລາຍທຸກປະເພດໂດຍບໍ່ໄດ້ຮັບອານຸຍາດຈາກອົງການຄຸ້ມຄອງສື່ມວນຊົນແມ່ນຜິດກົດໝາຍ ແລະ ລະບຽບການ. ທ່ານ ປິ່ນປຣາຖະໜາ ພັນທະມາລີ ຫົວໜ້າ ກົມສື່ມວນຊົນໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ໃນວັນທີ 15/07/2019 ວ່າການລົງທະບຽນຢ່າງຖືກຕ້ອງຕາມກົດໝາຍກໍເພື່ອຄວາມສະດວກສະບາຍໃນການເຮັດວຽກຂອງບັນດາສື່ສັງຄົມອອນລາຍທີ່ກຳລັງມີຊື່ສຽງໃນປະຈຸບັນ. ເຮົາຈະເຮັດຫຍັງກໍ່ຕ້ອງປະຕິບັດຕາມລະ ບຽບຫຼັກການ ຕົວຢ່າງເຊັ່ນ: ທ່ານຈະຫຼິ້ນເຟດສບຸກ Facebook, ຈີເມວ Gmail, ວີແຊັດ WeChat, ຢູທູບ Youtube ແລະ ອື່ນໆ ທ່ານ ກໍ່ຍັງໄດ້ລົງທະບຽນ.

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ

ຮູບສະແດງສະຖິຕິ ຈຳນວນຜູ້ນຳໃຊ້ ການຂ່າວສື່ສັງຄົມອອນລາຍ ໃນໂລກ. (ພາບ: techinsight.com.vn)

ໃນນາມເປັນອົງການຄຸ້ມຄອງສື່ມວນຊົນຢູ່ ໃນ ສປປ ລາວ ກໍຢາກໃຫ້ມີການສະໜອງຂໍ້ມູນຂ່າວສານຢ່າງເປັນລະບຽບຖືກຕ້ອງຕາມກົດໝາຍ ຈຶ່ງຂໍໃຫ້ ບັນດາບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ໄດ້ກ່າວມານັ້ນເຂົ້າມາຂຶ້ນທະບຽນກັບກົມສື່ມວນຊົນ, ຖ້າຫາກວ່າຢູ່ຕ່າງແຂວງ ກໍ່ສາມາດຕິດຕໍ່ພະແນກຖະແຫຼ່ງຂ່າວໄດ້. ຜ່ານມາກໍ່ມີເຈົ້າຂອງສື່ຢູ່ສັງຄົມອອນລາຍຈຳນວນໜຶ່ງໄດ້ເຂົ້າມາສະເໜີໂຕ ແລະ ແຈ້ງເຈດຈຳນົງຂອງການສ້າງຕັ້້ງສື່ຢູ່ສື່ສັງຄົມອອນລາຍຂອງເຂົາເຈົ້າເຊັ່ນຢູນາສະຕູດີໂອ ແລະ ອື່ນໆ. ແຈ້ງການດັ່ງກ່າວແມ່ນເຮັດຕາມພາລະບົດບາດຂອງກະຊວງເຮົາເພື່ອເຮັດໃຫ້ການສະໜອງຂໍ້ມູນຂ່າວສານເປັນລະບຽບ ແລະ ມີມູນຄວາມຈິງໃຫ້ແກ່ສັງຄົມ. ນອກນັ້ນຖ້າຜູ້ໃດເຮັດຜິດລະບຽບກົດໝາຍສື່ມວນຊົນກໍແມ່ນໜ້າທີ່ຮັບຜິດຊອບຂອງບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

(ແຫຼ່ງ​ຂໍ້​ມູນ​: Lao Press in Foreign Languages)

Link: https://huunghivietlao.thoidai.com.vn/detail-article-1313.html

In bài biết