11:44 | 10/02/2022

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ
ພິທີມອບ-ຮັບ ຫ້ອງການ ປກສ ບັນດາບ້ານຂ້ຶນກັບແຂວງເຊກອງ. ພາບ: bocongan.gov.vn.

ພາຍຫຼັງລົງມືກໍ່ສ້າງເປັນເວລາ 1 ເດືອນ, ສໍານັກງານ ປກສ ບ້ານໂກຕາຍ-ອາແດງ, ເມືອງສະໝ້ວຍ, ແຂວງສາລະວັນ ກໍ່ສ້າງສໍາເລັດ. ສໍານັກງານ ປກສ ດັ່ງກ່າວມີ 1 ຊັ້ນ ດ້ວຍເນື້ອທີ່ກໍ່ສ້າງ 67 ຕາແມັດ, ຮັບປະກັນຄວາມຕ້ອງການເຮັດວຽກ, ດໍາເນີນຊີວິດໃຫ້ແກ່ພະນັກງານ, ນັກຮົບປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ.

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ
ຕໍາຫຼວດແຂວງເທື່ອທຽນ-ເຫວ້ ມອບສໍານັກງານ ປກສ ໃຫ້ກໍາລັງປ້ອງກັນຄວາມສະຫງົບບ້ານໂກຕາຍ-ອາແດງ, ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ. ພາບ: bocongan.gov.vn.

ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ ໄດ້ຮັບການກໍ່ສ້າງມີຄວາມໝາຍພິເສດ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີສະໜິດຕິດພັນໃນການສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກໍາລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າລວມ ແລະລະຫວ່າງຕໍາຫຼວດແຂວງກວ້າງນາມ, ເທື່ອທຽນ-ເຫວ້ ແລະກໍາລັງປ້ອງກັນຄວາມສະຫງົບແຂວງເຊກອງ ແລະສາລະວັນ ເວົ້າສະເພາະ. ນອກຈາກນັ້ນ, ຕໍາຫຼວດແຂວງເທື່ອທຽນ-ເຫວ້ ກໍ່ມອບຂອງຂວັນ 200 ພູດ, ຢຸກຢາໃຫ້ແກ່ປະຊາຊົນບັນດາບ້ານ ແລະກໍາລັງປະກອບອາວຸດຢູ່ເຂດຊາຍແດນ.

Link: https://huunghivietlao.thoidai.com.vn/detail-article-13057.html

In bài biết