11:03 | 19/07/2019

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເຜີຍ​ແຜ່​​ເອກະສານສຳຄັນ​ຂອງ​ຊາດ

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເຜີຍ​ແຜ່​​ເອກະສານສຳຄັນ​ຂອງ​ຊາດ

ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ

​ໃນ​ໂອກາດ​ນີ້, ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ຍົກ​​ໃຫ້​ເຫັນ​ເນື້ອ​ໃນ​ສຳຄັນ ຂອງ​ມະຕິ​ຂອງ​ສູນ​ກາງ​ພັກ ຄັ້ງ​ທີ 8 ກ່ຽວກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ທາງ​ດ້ານ​ເສດຖະກິດ​ມະຫາ​ພາກ ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄົບ​ຄະນະ ຄັ້ງ​ທີ 7 ສະ​ໄໝທີ X ຂອງ​ພັກ. ຈາກ​ນັ້ນ, ສະ ຫາຍ ນາງ ​ສູນ​ທອນ ​ໄຊ​ຍະ​ຈັກ ໄດ້​ສືບ​ຕໍ່​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ກົດໝາຍ ວ່າ​ດ້ວຍ​ສຳນັກງານ​ຜູ້​ຕ່າງໜ້າ ສປປ ລາວ ປະຈຳ​ຢູ່​ຕ່າງປະ​ເທດ, ພ້ອມ​​ຫວນ​ຄື​ນຊີວິດ ການ​ເຄື່ອນ​ໄຫວ​ປະຕິວັດ, ຄຸນງາມຄວາມດີ ​ແລະ ຜົນງານ​ຂອງ​ປະທານ ສຸພາ​ນຸວົງ ຜູ້ນຳ​ທີ່​ດີ​ເດັ່ນ​ຂອງ​ປະຊາຊົນ​ລາວ ​ໃນ​ການ​ປະກອບສ່ວນ​ສ້າງ​ກ້ອນ​ກຳລັງ​ສາມັກ​ຄີ​ ເປັນອັນໜຶ່ງອັນ​ດຽວໃນ​ພາລະກິດ​ປະຕິວັດ​ຂອງ​ລາວ ກໍ​ຄື​ ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ ​ຕະຫລອດ​ໄລຍະ​ ແຫ່ງ​ການ​ຕໍ່​ສູ່ ​ເພື່ອ​ຍາດ​ເອົາ​ ເອກະລາດ​ແຫ່ງ​ຊາດ ກໍ​ຄື ​ໃນ​ຂະ​ບວນ​ການ​ປົກປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃນ​ແຕ່ລະ​ໄລຍະ.

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເຜີຍ​ແຜ່​​ເອກະສານສຳຄັນ​ຂອງ​ຊາດ

ບັນຍາກາດທີ່ກອງປະຊຸມ

ໃນ​ຕອນ​ທ້າຍ ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ເຜີຍ​ແຜ່​​ເອກະສານກ່ຽວກັບ​​ແມ່​ບົດວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ ລາວ-​ຈີນ ລະຫວ່າງ ພັກ​ປະຊາຊົນ ປະຕິວັດ​ລາວ ກັບ​ພັກ​ກອມ​ມູນິດ​ຈີນ, ​ໂດຍ​ໄດ້ຍົກ​ໃຫ້​ເຫັນ​ເຖິງ​ເປົ້າໝາຍລວມ, ຫລັກການ ​ແລະ ​ເນື້ອ​ໃນ​ຂອງ​ແຜນ​ແມ່​ບົດ​ເຊິ່ງກວມ​ເອົາ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ດ້ານ​ວັດທະນະທຳ, ການ​ໄປມາຫາສູ່​ ລະຫວ່າງ​ ປະຊາຊົນ ​ແລະ ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-1304.html

In bài biết