Action on Poverty: ສ້າງຊີວິດການເປັນຢູ່ເພີ່ມເຕີມ, ຊ່ວຍປະຊາຊົນເພີ່ມລາຍຮັບ
ບໍ່ຂຶ້ນກັບລັດຖະບານ
ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ | |
VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ |
ທ່ານນາງ ຫງວຽນຖາວເຮືອງ ກ່າວວ່າ ຈຸດພິເສດຂອງຮູບແບບການພັດທະນາການທ່ອງທ່ຽວຊຸມຊົນ ແມ່ນການເຂົ້າເຖິງ ແລະ ສະໜັບສະໜູນປະຊາຊົນຂຸດຄົ້ນທ່າໄດ້ປຽບທີ່ມີຢູ່ ເພື່ອພັດທະນາເສດຖະກິດ. Action on Poverty ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໄດ້ກໍ່ສ້າງ 18 ໝູ່ບ້ານທ່ອງທ່ຽວຊຸມຊົນຢູ່ 4 ແຂວງ ຮ່ວາບິ່ງ, ເຊີນລາ, ດ້ຽນບຽນ, ຝູເຖາະ. ນີ້ແມ່ນແຂວງທີ່ມີເອກະລັກວັດທະນະທຳທີ່ຈະແຈ້ງ ແລະ ມີປະຊາຄົມຊາວເຜົ່າສ່ວນໜ້ອຍ. ໃນນັ້ນ, ເມືອງ ດ່າບັກ, ແຂວງ ຮວ່າບິ່ງ ໄດ້ຮັບການໜູນຊ່ວຍຈາກ Action on Poverty ເພື່ອສ້າງບ້ານທ່ອງທ່ຽວຊຸມຊົນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ໄດ້ປະສົບຜົນສຳເລັດຢ່າງຕັ້ງໜ້າ. ປະຈຸບັນ, ການກໍ່ສ້າງໝູ່ບ້ານທ່ອງທ່ຽວປະຊາຄົມ ໄດ້ກາຍເປັນຈຸດສຸມໃນການພັດທະນາຂອງທ້ອງຖິ່ນ.
![]() |
ທ່ານຮອງເອກອັກຄະລັດຖະທູດ Mark Tattersal, ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ຮັບຟັງບົດລາຍງານກ່ຽວກັບການຫັນປ່ຽນຂອງແມ່ຍິງໄທ ຢູ່ເມືອງ ເວີນໂຮ່, ແຂວງ ເຊີນລາ. |
ຈາກການເຂົ້າຮ່ວມການທ່ອງທ່ຽວຊຸມຊົນ, ຊີວິດຂອງປະຊາຊົນໃນຂົງເຂດປະຕິບັດໂຄງການ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ. ກ່ອນນີ້, ຊີວິດການເປັນຢູ່ຂອງຊຸມຊົນຊາວເຜົ່າສ່ວນໜ້ອຍ ຢູ່ຫຼາຍທ້ອງຖິ່ນຕົ້ນຕໍ ໄດ້ດຳເນີນຢູ່ຫຼັງສຸມໄມ້ໄຜ່ຂອງໝູ່ບ້ານ, ບໍ່ມີການພົວພັນກັບໂລກພາຍນອກ. ເມື່ອເຮັດວຽກງານທ່ອງທ່ຽວ, ປະຊາຊົນມີວຽກເຮັດງານທຳເພີ່ມຂຶ້ນ, ເພີ່ມລາຍຮັບ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈ; ໃນເວລາດຽວກັນ ກໍ່ໄດ້ເປີດກວ້າງຄວາມຮູ້, ຄວາມຫມັ້ນໃຈ, ເປັນເຈົ້າການ ແລະ ຂະຫຍັນຂັນເຄື່ອນໃນຊີວິດ. ຄຸນຄ່າຂອງໂຄງການ ແມ່ນເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນໃນການເຄື່ອນໄຫວທ່ອງທ່ຽວ, ມີຈິດໃຈປົກປັກຮັກສາ ແລະ ເຊີດຊູເອກະລັກວັດທະນະທຳພື້ນເມືອງ, ປົກປັກຮັກສາທິວທັດທຳມະຊາດ ແລະ ສິ່ງແວດລ້ອມທຳມະຊາດຂອງທ້ອງຖິ່ນຕົນເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ.
![]() |
ໃນປີ 2022, Action on Poverty ຈະຊ່ວຍປະຊາຊົນກະກຽມເງື່ອນໄຂ ເພື່ອຕ້ອນຮັບນັກທ່ອງທ່ຽວຄືນໃໝ່, ຂະຫຍາຍແຫຼ່ງທ່ອງທ່ຽວໃໝ່ 2-3 ແຫ່ງຢູ່ໝູ່ບ້ານທີ່ມີຢູ່ແລ້ວ ແລະ ກຸ່ມໃໝ່.
ຄຳຮຸ່ງ