06:30 | 21/01/2022

ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ ຢຸ່ບັກຮ່າ

ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ

ເມືອງ ບັກຮ່າ (ແຂວງ ລາວກາຍ), ດິນແດນທີ່ຊາວເຜົ່າມົ້ງ ດຳລົງຊີວິດມາ ແຕ່ດົນນານມາແລ້ວ, ມີອາຫານທາງດ້ານຈິດໃຈທີ່ບໍ່ອາດຂາດໄດ້, ນັ້ນແມ່ນ ສຽງແຄນ, ສຽງແຄນທີ່ເປັນເອກະລັກສະເພາະ ແລະຈັບອົກຈັບໃຈ.

ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ ຢຸ່ບັກຮ່າ

ສຽງແຄນທີ່ຈັບອົກຈັບໃຈຂອງຊາວເຜົ່າມົ້ງ. ພາບ: vov.vn

ໄປ​ເຖິງ​ເຂດ​ພູສູງ​ບັກ​ຮ່າ, ທ່ານ​ຈະ​ມີ​ໂອກາດຟັງ​ສຽງ​ແຄນ​ເຜົ່າ​ມົ້ງ. ສຽງແຄນ ເຜົ່າມົ້ງ ມ່ວນຢູ່ບ່ອນທີ່ທັງເປັນເຄື່ອງດົນຕີ ແລະເຄື່ອງສະແດງ, ເຮັດໃຫ້ຜູ້ຟັງ ແລະຜູ້ຊົມຕິດພັນກັບການປ່ຽນສຽງ ແລະຈັງຫວະຢ່າງຄ່ອງແຄ້ວ.

ສຽງ​ແຄນ​ດັງ​ກ້ອງ​ໄປ​ຄຽງ​ຄູ່​ກັບ​​ຊີວິດ​ຂອງ​ຊາວ​ເຜົ່າ​ມົ້ງ, ທັງ​ຊ່ວຍ​ເຊື່ອມ​ຕໍ່​ກັບ​ເທວະ​ດາ​ ແລະສິ່ງສັກສິດ, ທັງ​ເປັນ​ອຸປະກອນສະແດງ, ເຮັດໃຫ້ບັນ​ເທົາ​ຄວາມ​ທຸກໂສກ​ເປັນຫ່ວງ, ​ແບ່ງປັນ​ຄວາມ​ຄິດ​ເຫັນ, ​ນໍ້າໃຈ, ສະໜິດຕິດພັນວົງຄະນະຍາດ, ເຊື່ອມຕໍ່ຄວາມຮັກຄູ່ບ່າວສາວ.

​ໃນ​ທ່າມກາງ​ພູຜາ​ປ່າ​ດົງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ສຽງ​ດັງ​ທີ່​ແຈ່ມ​ໃສ, ດັງ​ກ້ອງ​ກັງວານ​ກັບ​ຈັງຫວະ​ທີ່ເຂັ້ມແຂງ ​ແລະຄ່ອງ​ແຄ້ວ ​ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ສີສັນ​ວັດທະນະທຳ, ຄວາມ​ພາກພູມ​ໃຈ​ຂອງ​ຊາວ​ເຜົ່າ​ມົ້ງບັກຮ່າ ໃນຕະຫຼອດ ຮຸ້ນຄົນຕ່າງໆ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-12868.html

In bài biết