10:22 | 10/07/2019

ຢ່າຫລົງເຊື່ອ ເຟສບຸກ ຂ່າວສານປະເທດລາວ ປອມ

ຢ່າຫລົງເຊື່ອ ເຟສບຸກ ຂ່າວສານປະເທດລາວ ປອມ

ຢ່າຫລົງເຊື່ອ ເຟສບຸກ ຂ່າວສານປະເທດລາວ ປອມ. (ພາບ: ຂປລ)

ສຳລັບສຳນັກຂ່າວສານປະເທດລາວນັ້ນມີໜ້າຂ່າວອອນລາຍໃນເຟສບຸກພຽງອັນດຽວ ທີ່ຊື່ວ່າ: ປະເທດລາວ Pathedlao ພ້ອມທັງມີກາໝາຍຂອງສໍານັກຂ່າວສານປະເທດລາວ ປະກົດໃນໜ້າເວບເພດ. ສ່ວນບັນດາຂ່າວ ແລະ ຮູບພາບ ທີ່ໄດ້ປ່ອຍຜ່ານໜ້າຂ່າວອອນລາຍດັ່ງກ່າວ ໃນໄລຍະຜ່ານມາ ແມ່ນບໍ່ຖືກຕ້ອງທັງຜິດກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພິມເຕີ, ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເລກທີ 327/ນຍ ແລະ ລະບຽບການທີ່ກ່ຽວຂ້ອງ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ ຈຶ່ງແຈ້ງໃຫ້ສັງຄົມຢ່າຫລົງເຊື່ອບຸກຄົນທີ່ແອບອ້າງດັ່ງກ່າວຫວັງສ້າງຄວາມສັບສົນໃນສັງຄົມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-1283.html

In bài biết