00:54 | 13/05/2019

ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນມິດລາວ

ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນມິດລາວ

ການນໍາເມືອງ ອາເລື້ອຍ ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານເຊຊາບ. (ພາບ: nhandan.com.vn)

ບ້ານເຊຊາບ ເປັນບ້ານທຸກຍາກທີ່ສຸດ, ຕິດກັບຊາຍແດນເມືອງ ອາເລື້ອຍ. ເບ້ຍໄມ້ກວ່າ 200 ເບ້ຍ ແລະຂອງຂວັນ 46 ພູດແມ່ນອາຫານທີ່ຈໍາເປັນຮັບໃຊ້ຊີວິດປະຈໍາວັນ ຄື: ເຂົ້າ, ໝີ່ໄວໆ, ນໍ້າມັນພືດ, ນໍ້າປາ… ໄດ້ນຳໄປມອບໃຫ້ກັບມືພໍ່ແມ່ປະຊາຊົນໃນບ້ານ.

ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນມິດລາວ

ພະນັກງານການແພດຄ້າຍທະຫານຊາຍແດນເຍິມ ກວດ, ປິ່ນປົວ ພະຍາດ ແລະແຈກຢາຍຢາໃຫ້ແກ່ປະຊາຊົນບ້ານເຊຊາບ ໂດຍບໍ່ເສຍຄ່າ.

ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນມິດລາວ

ການນໍາເມືອງ ອາເລື້ອຍ ແລະຄ້າຍທະຫານຊາຍແດນເຍິມ ມອບແນວພັນປູກໃຫ້ແກ່ປະຊາຊົນບ້ານເຊຊາບ. (ພາບ: nhandan.com.vn)

ແລະເນື່ອງໃນໂອກາດນີ້, ແພດໝໍຄ້າຍທະຫານຊາຍແດນເຍິມ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ກໍ່ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບ້ານເຊຊາບ ຈໍານວນ 237 ຄົນ, ໃຫ້ຄຳປຶກສາແກ່ປະຊາຊົນກ່ຽວກັບການຕ້ານ ແລະປ້ອງກັນພະຍາດບາງປະເພດທີ່ເຄີຍປະສົບ ຄື: ໄຂ້ຍຸງລາຍ, ບັນດາພະຍາດກ່ຽວກັບທາງເດີນອາຫານ, ອະຫິວາ...

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-128.html

In bài biết