ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ
![]() |
ທ່ານ ພັນຄໍາ ວິພາວັນ,ຮອງປະທານປະເທດແຫ່ງສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບອໍາລາ ຂອງທ່ານ ອີໂວ ຊີເບີ ( Ivo Sieber) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະວິດ ປະຈໍາລາວ.
ທ່ານ ພັນຄໍາ ວິພາວັນ,ຮອງປະທານປະເທດແຫ່ງສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບອໍາລາ ຂອງທ່ານ ອີໂວ ຊີເບີ (Ivo Sieber) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະວິດ ປະຈໍາລາວ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ໃນວັນທີ 5 ກໍລະກົດນີ້, ທີ່ທໍານຽບປະທານປະເທດ. ໃນຂະນະທີ່ທ່ານທູດ ຢໍ້າວ່າ ສະວິດຍັງສືບຕໍ່ຊ່ວຍເຫຼືອໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ມາປະຕິບັດໜ້າທີ່ການທູດທີ່ດີຢູ່ ສປປລາວ, ຊຶ່ງເປັນການສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານລະຫວ່າງສອງປະເທດລາວ-ສະວິດ ທີ່ມີແຕ່ດົນນານໃຫ້ນັບມື້ດີຍິ່ງໆຂຶ້ນ, ພ້ອມທັງ ອວຍພອນໃຫ້ທ່ານທູດຈົ່ງມີສຸຂະພາບແຂງແຮງ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ, ປະສົບຜົນສໍາເລັດໃນໜ້າທີ່ໃໝ່ຂອງທ່ານ.
ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 11 ພະຈິກ 1962 ເປັນຕົ້ນມາ ສອງປະເທດ ໄດ້ມີການເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີນໍາກັນ, ຊຶ່ງລັດຖະບານສະວິດ ກໍຄື ປະຊາຊົນສະວິດໄດ້ໃຫ້ການສະໜັບສະໜູນ ສປປ ລາວມາໂດຍຕະຫຼອດ.
ປັດຈຸບັນ, ສະວິດ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໂດຍມີເປົ້າໝາຍແນໃສ່ ເພື່ອຫຼຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການພັດທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດ ໂດຍສຸມໃສ່ 3 ຂະແໜງການຕົ້ນຕໍຄື: ການພັດທະນາສັງຄົມ, ການຄຸ້ມຄອງລັດ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ໃນລະດັບທ້ອງຖິ່ນ ການຄໍ້າປະກັນສະບຽງອາຫານ ແລະ ກະສິກໍາ, ການສຶກສາວິຊາຊີບ ແລະ ການຝຶກອົບຮົມ. ໃນໄລຍະທີ່ຜ່ານມາ, ລັດຖະບານສະວິດ ໃຫ້ຄວາມສໍາຄັນໃນການຈັດຕັ້ງປະຕິບັດ ຖະແຫຼງການວຽງຈັນ ກ່ຽວກັບ ປະສິດທິຜົນໃນການຊ່ວຍເຫຼືອເພື່ອການພັດທະນາ.
ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນການຕ້ອນຮັບ ແລະ ໃຫ້ການຮ່ວມມືທີ່ດີຕະຫຼອດມາ. ລັດຖະບານສະວິດ ພ້ອມແລ້ວ ໃຫ້ການຊ່ວຍເຫຼືອຕໍ່ລັດຖະບານສປປ ລາວ ໂດຍສະເພາະ ແມ່ນດ້ານແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8, ສະນັ້ນ ການພົວພັນຮ່ວມມືທີ່ຍາວນານລະຫວ່າງສອງປະເທດ ສະວິດ-ລາວ ແມ່ນຍັງຈະສືບຕໍ່.
ສຳລັບມູນຄ່າການຄ້າ ລະຫວ່າງ ລາວ-ສະວິດ ມີມູນຄ່າ 20 ລ້ານກວ່າໂດລາ, ໃນນັ້ນ ມູນຄ່າສົ່ງອອກສິນຄ້າລາວ ໄປຍັງສະວິດ ແມ່ນ 12 ລ້ານກວ່າໂດລາ ແລະ ສະວິດ ສົ່ງມາຍັງລາວແມ່ນ 8 ລ້ານກວ່າໂດລາ.
ໃນວັນທີ 4 ກໍລະກົດ, ທີ່ກະຊວງພາຍໃນ, ທ່ານ ຄໍາໝັ້ນ ສູນວິເລີດ, ລັດຖະມົນຕີກະຊວງພາຍໃນ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບອໍາລາຂອງທ່ານ ທູດສະວິດ ເຊັ່ນດຽວກັນ. ສະຖານທູດສະວິດປະຈໍາລາວ ມີສໍານັກງານຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ.
(ແຫຼ່ງຂໍ້ມູນ: ABC LAOS NEWS)