ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ
![]() |
ບັນຍາກາດກອງປະຊຸມ.(ພາບ: ໄອຄຳ)
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກ່າວວ່າ: ໂຄງການດັ່ງກ່າວ, ແມ່ນແນໃສ່ການສ້າງສູນ ຫລື ໜ່ວຍງານ ສົ່ງເສີມ ການພັດທະນາ ການຄ້າ ແບບຍືນຍົງ ແລະ ການບໍລິການ ຂອງສະພາ ການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ ເຊິ່ງຈະເປັນການ ບໍລິການ ໃນຫລາຍຮູບແບບ ສຳລັບ ຜູ້ປະກອບ ການທຸລະກິດ ຂະໜາດນ້ອຍ ແລະກາງ ໃນ ສປປ ລາວ ເຊິ່ງໄດ້ຮັບ ການສະໜັບ ສະໜູນ ດ້ານວິທີການ ແລະ ເຄື່ອງມືຕ່າງໆ ຈາກສູນການຄ້າສາກົນ ຈະເຮັດໃຫ້ຜູ້ປະກອບການ ຫລື ວິສາຫະກິດ ສາມາດ ເຂົ້າໃຈ ເຖິງຂະບວນການ ແລະ ຂັ້ນຕອນຕ່າງໆ ກ່ຽວກັບມາດຕະຖານສາກົນ ໃນກອບເງື່ອນໄຂ ທີ່ອົງການຮັບຮອງ ມາດຕະຖານ ສາກົນ ກຳນົດໄວ້ ເຊັ່ນ: ມາດຕະຖານ ສິນຄ້າ ປອດສານພິດ, ການຄ້າແບບຍຸຕິທຳ ແລະອື່ນໆ ໂຄງການ ສົ່ງເສີມ ການພັດທະນາ ການຄ້າແບບຍືນຍົງ ມີເປົ້າໝາຍ ໃນການ ສ້າງຄວາມ ເຂັ້ມແຂງ ໃນການແຂ່ງຂັນ ຂອງທຸລະກິດ ຂະໜາດນ້ອຍ ແລະ ກາງ ໂດຍຜ່ານ ການຈັດຕັ້ງ ປະຕິບັດ ການຝຶກຫັດ ການເຮັດທຸລະກິດສີຂຽວ, ເພີ່ມຄວາມຮູ້ ແລະ ທັກສະ ທາງດ້ານ ການກຳນົດ ມາດຕະຖານ ຄຸນນະພາບສາກົນ ແບບຍືນຍົງ ແລະ ກຳນົດເອົາສິນຄ້າ ທີ່ສາກົນຕ້ອງການ, ອຳນວຍ ຄວາມສະດວກ ໃນການເຂົ້າຫາ ຕະຫລາດສາກົນ ເປັນຕົ້ນ.
(ແຫຼ່ງຂໍ້ມູນ: ກິດຕາ/ຂປລ)