ປົກປັກຮັກສາເຂດຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບ ແລະ ມິດຕະພາບ
![]() |
ເຄື່ອນໄຫວການລາດຕະເວນຂອງພະນັກງານ, ນັກຮົບຊາຍແດນເຊີນໂຮ່ງ
ຫຼັງຈາກໜຶ່ງອາທິດທີ່ໄດ້ມີປະຕິບັດການລາດຕະເວນຝ່າຍດຽວແຕ່ຫຼັກໝາຍຊາຍແດນທີ 463 ຫາ ຫຼັກໝາຍຊາຍແດນທີ 467, ສະຫາຍຮ້ອຍໂທ ຫງວຽນ ວັນ ລີງ ເປັນຫົວໜ້າໜ່ວຍງານປະກອບອາວຸດທະຫານຊາຍແດນເຊີນໂຮ່ງ ພ້ອມກັບພະນັກງານ, ນັກຮົບທະຫານຊາຍແດນ 10 ຄົນ ທີ່ໄດ້ສໍາເລັດໜ້າທີ່ວຽກງານທີ່ໄດ້ມອບໝາຍ.
ໃນການລາດຕະເວນໃນເທື່ອນີ້, ມີນັກຮົບຊາຍແດນ 7 ຄົນ ແລະ ກອງຫຼ້ອນຕາແສງເຊີນໂຮ່ງ 4 ຄົນ ທີ່ໄດ້ເຂົ້າຮ່ວມການເຮັດອານາໄມຕາມເສັ້ນທາງຊາຍແດນມີຄວາມຍາວ 7 ຫຼັກ, ການກວດກາ, ປົກປັກຮັກສາຫຼັກໝາຍຊາຍແດນ 3 ຫຼັກໝາຍ. ນອກຈາກນັ້ນ, ການລາດຕະເວນໃນຄັ້ງນີ້ກໍ່ໄດ້ປະກອບສ່ວນເຂົ້າໃນການກວດກາ, ກວດສອບ, ຄົ້ນພົບ, ສະກັດກັ້ນການລະເມີດກົດລະບຽບກ່ຽວກັບຊາຍແດນ, ການຂຸດຄົ້ນເຄື່ອງປ່າຂອງດົ່ງ, ການເຂົ້າເມືອງຜິດກົດໝາຍ... ຫຼັງປີໃໝ່ປະຈໍາຊາດຫວຽດນາມ.
ການລາດຕະເວນ ແລະ ການກວດກາທີ່ໄດ້ທະຫານຊາຍແດນເຊີນໂຮ່ງປະຕິບັດຢ່າງເປັນປົກກະຕິ, ເຂັ້ມງວດ. ໃນປີ 2018, ນອກຈາກມີການກວດກາຄົນເຂົ້າ-ອອກເມືອງ ປະກອບມີ 1.442 ເທື່ອຄົນ ແລະ 1.312 ຍານພາຫະນະ ທີ່ເຂົ້າອອກເຂດຊາຍແດນແລ້ວນັ້ນ, ທະຫານຊາຍແດນເຊີນໂຮ່ງກໍ່ໄດ້ຈັດຕັ້ງປະຕິບັດການລາດຕະເວນຕາມເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ 463 ຫາ 467 ໃນ 14 ຄັ້ງ ແລະ ປະກອບມີພະນັກງານ 112 ຄົນ.
ພະນັກງານ, ນັກຮົບຊາຍແດນເຊີນໂຮ່ງ ຊ່ວຍປະຊາຊົນໃນການພັດທະນາເສດຖະກິດ ແລະ ສ້າງຊົນນະບົດໃໝ່
ນອກຈາກນັ້ນ, ເພື່ອໃຫ້ເສັ້ນຊາຍແດນທີ່ມີຄວາມປອດໄພ, ມີຄວາມສັນຕິພາບ, ມິດຕະພາບ, ທະຫານຊາຍແດນເຊີນໂຮ່ງຍັງໄດ້ມີການປະສານສົມທົບຢ່າງເປັນປົກກະຕິກັບກອງຮ້ອຍປ້ອງກັນຊາຍແດນ 252 ແຫ່ງ ສປປ ລາວໃນການປະຕິບັດການລາດຕະເວນສອງຝ່າຍ ແລະ ການແລກປ່ຽນສະພາບການກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ.
ພະນັກງານ, ນັກຮົບຊາຍແດນເຊີນໂຮ່ງ ຊ່ວຍປະຊາຊົນໃນການປູກໝາກໃມ້ກິນໝາກ
ຄຽງຄູ່ກັບນັ້ນ, ທະຫານຊາຍແດນເຊີນໂຮ່ງກໍ່ໄດ້ຮ່ວມກັບຕາແສງເຊີນໂຮ່ງ ແລະ ບ້ານໂຊບເຕີງ ແລະ ກຸ່ມບ້ານນໍ້າອອນ, ເມືອງ ໄຊຈໍາພອນ, ແຂວງບໍລິຄໍາໄຊ ໃນການຈັດຕັ້ງຫຼາຍກິດຈະກໍາເພື່ອການແລກປ່ຽນ, ການຢ້ຽມຢາມ ແລະ ມອບຂອງຂວັນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ, ປະກອບສ່ວນໃນການປົກປັກຮັກສາຊາຍແດນ.
ພະນັກງານ, ນັກຮົບຊາຍແດນເຊີນໂຮ່ງແຈກຢາຍເອກະສານໃຫ້ແກ່ປະຊາຊົນ
ພະນັກງານ, ນັກຮົບຊາຍແດນເຊີນໂຮ່ງກໍ່ໄດ້ແຈກຢາຍເອກະສານ ແລະ ໂຄສະນາເຜີຍແຜ່, ເຕືອນປະຊາຊົນຕ້ອງສຸມໃສ່ການດໍາລົງຊີວິດໃຫ້ຖືກຕາມລະບຽບກົດໝາຍ, ບໍ່ລະເມີດກົດລະບຽບກ່ຽວກັບຊາຍແດນ, ປະຕິບັດກົດໝາຍປ່າໃມ້ຢ່າງເຂັ້ມງວດ ແລະ ຕ້ອງມີສະຕິໃນການປົກປັກຮັກສາປ່າ.
(ໄຊພອນ)