18:37 | 06/06/2019

ກອງປະຊຸມປຶກສາຫາລືກ່ຽວກັບການຊ້ອມຮົບລົດຕັງ ຮ່ວມລະຫວ່າງກອງທັບລາວ-ຣັດເຊຍ.

ເຊິ່ງຕາງຫນ້າຝ່າຍລາວນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າຝ່າຍ ຣັດເຊຍ ນຳໂດຍ ສະຫາຍ ພົນຈັດ ຕະວາ ບີຢູໂກບ ໂຣມານອາເລັກ ຊານໂດຼວິດຈ໌ ຫົວໜ້າອົບຮົມກອງທັບບົກກອງທັບຣັດເຊຍ ພ້ອມດ້ວຍຄະນະແລະ ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືກ່ຽວກັບການຊ້ອມຮົບລົດຕັງ ຮ່ວມລະຫວ່າງກອງທັບລາວ-ຣັດເຊຍ.

ທັດສະນີຍະພາບກອງປະຊຸມປຶກສາຫາລືລະຫວ່າງກອງທັບລາວ-ຣັດເຊຍ.

ໂອກາດນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບແຜນການຊ້ອມຮົບລົດຕັງຮ່ວມລະຫວ່າງສອງ ກອງທັບລາວ-ຣັດເຊຍ ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດ ທັງນີ້ກໍເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກອງທັບໃຫ້ເປັນຮູບປະທຳ ແນໃສ່ຍົກລະດັບຍົກລະດັບຄວາມຮູ້, ຄວາມສາມາດໃນການຈັດຕັ້ງ ແລະ ບັນຊາສູ້ຮົບໃນເງື່ອນໄຂ ການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະໄຫມ ເຂົ້າໃນການເຄື່ອນໄຫວຊ້ອມຮົບຄ້າຍຄືກັບການສູ້ຮົບ ແລະ ຮຽນຮູ້ໃນການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະໄຫມ, ປະສານສົມທົບກັບອາວຸດຍຸດໂທປະກອນ ທີ່ມີໃນການປະກອບຂອງກົມກອງເຂົ້າໃນການດັບສູນເປົ້າຫມາຍດ້ວຍລູກປືນແທ້ໃຫ້ມີຄວາມຊຳນິຊຳນານ.

(ແຫຼ່ງ​ຂໍ້​ມູນ​: ພານິດ ພິລາວົງ/Lao people's Army News)

Link: https://huunghivietlao.thoidai.com.vn/detail-article-1238.html

In bài biết